• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້​າມ​ມິງ​ຈິງ ພົບ​ປະ​ໂອ້​ລົມ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ແລະ ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ບ​ຣູ​ໄນ

ຕອນຄ່ຳວັນທີ 10 ກຸມພາ (ຕາມເວລາທ້ອງຖິ່ນ), ພາຍຫຼັງທີ່ມາຮອດນະຄອນຫຼວງ Bandar Seri Begawan, ເລີ່ມຢ້ຽມຢາມປະເທດ ບຣູໄນ Darussalam ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ໄດ້ໄປຢ້ຽມຢາມ, ໂອ້ລົມສົນທະນາກັບພະນັກງານ, ລັດຖະກອນສະຖານທູດ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ປະເທດນີ້.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ຢ້ຽມຢາມ, ໂອ້ລົມສົນທະນາກັບພະນັກງານ, ລັດຖະກອນສະຖານທູດ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ບຣູໄນ (ພາບ: TTXVN)  

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແຈ້ງໃຫ້ພໍ່ແມ່ພີ່ນ້ອງຮັບຊາບກ່ຽວກັບສະພາບການພັດທະນາຂອງປະເທດຊາດໃນປີ 2022; ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຄວາມສາມັກຄີຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ບຣູໄນ ແລະ ຫວັງວ່າ ພໍ່ແມ່ພີ່ນ້ອງຈະສືບຕໍ່ເສີມຂະຫຍາຍນ້ຳໃຈດັ່ງກ່າວໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຖືປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ໃນນັ້ນມີພໍ່ແມ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ບຣູໄນ ເປັນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີຂອງທົ່ວປວງຊົນທັງຊາດໄດ້ ແລະ ເປັນໜຶ່ງໃນບັນດາກຳລັງໜູນພັດທະນາຂອງປະເທດຊາດ.

 

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທີ່ການພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຫວັງວ່າ ພະບໍລົມວົງສານຸວົງ ແລະ ເຈົ້າຊີວິດເອງ ສືບຕໍ່ສະໜັບສະໜູນຍູ້ແຮງການພົວພັນສອງຝ່າຍຢ່າງຮອບດ້ານ.

Top