• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຮອດ ສະ​ວິດ, ເລີ່ມ​ຕົ້ນ​ການ​ເຂົ້າ​ຮ່ວມ WEF Davos 2024

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດ Zurich, ປະເທດສະວິດ, ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງ ເວທີປາໄສເສດຖະກິດໂລກ ຢູ່ ດາວອດ, ປະເທດສະວິດ (WEF Davos 2024).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ເດີນທາງມາຮອດ ສະວິດ. ພາບ: Dương Giang/TTXVN)

ຕອນເຊົ້າວັນທີ 16 ມັງກອນ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດ Zurich, ປະເທດສະວິດ, ເລີ່ມຕົ້ນການເຄື່ອນໄຫວເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງ ເວທີປາໄສເສດຖະກິດໂລກ ຢູ່ ດາວອດ, ປະເທດສະວິດ (WEF Davos 2024).

ຄາດວ່າໃນການເຄື່ອນໄຫວຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເປັນປະທານ, ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນເຫດການຕ່າງໆໃນຂອບເຂດກອງປະຊຸມ WEF Davos 2024, ເປັນຕົ້ນ: ການໂອ້ລົມສົນທະນາດຶງດູດການລົງທຶນໃນຂົງເຂດເຄິ່ງຊັກນຳໄຟຟ້າ; ກອງປະຊຸມເຈລະຈາຍຸດທະສາດແຫ່ງຊາດ ຫວຽດນາມ - WEF; ກອງປະຊມເຈລະຈານະໂຍບາຍ “ຫວຽດນາມ - ກຳນົດທິດວິໄສທັດທົ່ວໂລກ”; ການໂອ້ລົມສົນທະນາກ່ຽວກັບການຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່ຢູ່ ຫວຽດນາມ; ວາລະປຶກສາຫາລື ດ້ວຍຫົວຂໍ້ “ຊຸກຍູ້ບົດບາດຮ່ວມມືທົ່ວໂລກໃນ ອາຊຽນ”.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານບໍລິຫານ WEF; ພົບປະສອງຝ່າຍກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ວິສາຫະກິດ WEF; ພ້ອມທັງເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະສົນທະນາກ່ຽວກັບບົດຮຽນປະສົບການ ແລະ ຮູບແບບພັດທະນາສູນການເງິນສາກົນຂອງ ສະວິດ; ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ສະວິດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top