• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ແມ່​ຍິ​ງ ຫວຽດ​ນາມ

ອນເຊົ້າວັນທີ 10 ມີນາ, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII, ອາຍຸການ 2022 – 2027 ຖືກໄຂຂຶ້ນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 1000 ຄົນ ເຊິ່ງຕາງໜ້າໃຫ້ແມ່ຍິງທຸກຊັ້ນວັນນະໃນທົ່ວປະເທດ.

ອນເຊົ້າວັນທີ 10 ມີນາ, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII, ອາຍຸການ 2022 – 2027 ຖືກໄຂຂຶ້ນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 1000 ຄົນ ເຊິ່ງຕາງໜ້າໃຫ້ແມ່ຍິງທຸກຊັ້ນວັນນະໃນທົ່ວປະເທດ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມໃຫຍ່ ຈະວາງອອກທິດທາງ, ໜ້າທີ່ໃຫ້ແກ່ອາຍຸການໃໝ່. ໃນນັ້ນສືບຕໍ່ໃກ້ຊິດຕິດແທດ, ຫັນແນວທາງ, ແຜນນະໂຍບາຍຂອງລັດ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ການປົກປັກຮັກສາປະເທດຊາດເປັນລະອຽດ; ອີງໃສ່ພຶດຕິກໍາຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງຂະບວນການແມ່ຍິງໃນໄລຍະໃໝ່; ເສີມຂະຫຍາຍ ແລະ ສືບທອດມູນເຊື້ອອັນດີງາມຂອງແມ່ຍິງ ຫວຽດນາມ, ພ້ອມທັງເອົາໃຈໃສ່, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຮ່ວມເດີນທາງແກ້ໄຂບັນຫາໃກ້ຊິດຕິດແທດກັບແມ່ຍິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນຕະຫຼອດໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດ, ບໍ່ວ່າຈະຢູ່ໃນໄລຍະໃດ, ສະພາບໃດກໍຕາມ, ແມ່ຍິງ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ສິ່ງກີດຂວາງນາໆປະການ, ໄດ້ເຂົ້າຮ່ວມ, ອຸທິດສ່ວນ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງສາ ແລະ ປົກປັກຮັກສາຄວາມໝັ້ນຄົງຂອງຊາດ ຫວຽດນາມ. ເພື່ອໃຫ້ສະຫະພັນແມ່ຍິງ ສືບຕໍ່ຢັ້ງຢືນ, ຍົກສູງບົດບາດແກ່ນສານໃນວຽກງານແມ່ຍິງ, ກາຍເປັນອົງການເຄື່ອນໄຫວທີ່ເປັນມືອາຊີບ, ມີປະສິດທິຜົນ, ເປັນເຈົ້າການເຂົ້າຮ່ວມວຽກງານແກ້ໄຂບັນຫາຂອງແມ່ຍິງ, ການເຄື່ອນໄຫວຂອງສັງຄົມ, ປະຕິບັດເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ ແລະ ສາກົນ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

     “ຈົ່ງເສີມຂະຫຍາຍບົດບາດ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແມ່ຍິງໃນທຸກຂົງເຂດ ແລະ ບໍລິເວນ; ພ້ອມທັງປະຕິບັດການເອົາໃຈໃສ່, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງໃຫ້ເປັນຢ່າງດີກວ່າອີກ. ສຸມໃສ່ປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພື່ອສ້າງແມ່ຍິງ ຫວຽດນາມ ໃຫ້ພັດທະນາ, ເຊື່ອມໂຍງເຂົ້າກັບຄຸນຄ່າຂອງຍຸກສະໄໝ ຕິດພັນກັບການຮັກສາ, ເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top