• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ເປັນຕົ້ນແມ່ນຖະແຫຼງການຮ່ວມ ຫວຽດນາມ - ຈີນກ່ຽວກັບການສືບຕໍ່ ຍົກລະດັບ ແລະ ເຮັດໃຫ້ ຄູ່ຮ່ວມມືຍຸດທະສາດຮອບດ້ານ ເປັນເລິກເຊິ່ງ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ (ພາບ: TTXVN)

ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ຕະຫຼຽນ ແລະ ເຮັດວຽກຢູ່ຈີນ (25 – 27 ມິຖຸນາ), ວັນທີ 26 ມິຖຸນາ, ຢູ່ປັກກິ່ງ, ຈີນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ.

ທີ່ການພົບປະ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ເປັນຕົ້ນແມ່ນຖະແຫຼງການຮ່ວມ ຫວຽດນາມ - ຈີນກ່ຽວກັບການສືບຕໍ່ ຍົກລະດັບ ແລະ ເຮັດໃຫ້ ຄູ່ຮ່ວມມືຍຸດທະສາດຮອບດ້ານ ເປັນເລິກເຊິ່ງ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີສອງຝ່າຍຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເປັນຕົ້ນແມ່ນການຮ່ວມມືເຊື່ອມຕໍ່ເສັ້ນທາງລົດໄຟ, ທາງບົກ, ດ່ານຊາຍແດນ; ທ່ານສະແດງຄວາມຊົມເຊີຍ ຈີນທີ່ໄດ້ເພີ່ມທະວີການລົງທຶນມີຄຸນນະພາບເຂົ້າ ຫວຽດນາມ. ທ່ານຟ້າມມິງຈິງ ສະເໜີ ຈີນ ສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ ເຂົ້າໄປຍັງຕະຫຼາດຈີນ…

ສ່ວນທ່ານ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ ຈີນ ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວໃຫ້ຫຼາຍກ່ວາອີກ; ທ່ານຢັ້ງຢືນ ຈີນ ພ້ອມແລ້ວທີ່ຈະເປີດກວ້າງການນຳເຂົ້າສິນຄ້າ ທີ່ມີຄຸນນະພາບສູງຂອງ ຫວຽດນາມ, ສະໜັບສະໜູນວິສາຫະກິດ ຈີນ ເພີ່ມທະວີການລົງທຶນ ເຂົ້າ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດເຕັກໂນໂລຢີສູງ, ຂະແໜງອາຊີບທີ່ຫາກໍ່ພົ້ນເດັ່ນຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ.

Top