• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Yamada ສະເໜີຕໍ່ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ, ແບ່ງປັນວັກຊິນໃຫ້ແກ່ ຫວຽດນາມ; ຊຸກຍູ້ການຮ່ວມມືໃນການຜະລິດ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ; ພ້ອມທັງສະເໜີໃຫ້ຝ່າຍ ຍີ່ປຸ່ນ ຈົ່ງໃຫ້ການໜູນຊ່ວຍດ້ານນິຕິກຳ, ເອົາໃຈໃສ່ເຖິງການແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນຊີວິດການເປັນຢູ່ທີ່ເປັນປົກກະຕິໃຫ້ແກ່ພົນລະເມືອງ ຫວຽດນາມ ອາໄສ ຢູ່ ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamaka Takio (ພາບ: VGP)

ຕອນບ່າຍວັນທີ 13 ສິງຫາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamaka Takio, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີຄວາມປາດຖະໜາວ່າ ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພິເສດ ແມ່ນຄະນະຜູ້ແທນຂັ້ນສູງເພື່ອເຮັດໃຫ້ສາຍພົວພັນຍຸດທະສາດທັງລວງເລິກ ແລະ ລວງກວ້າງລະຫວ່າງສອງປະເທດເລິກເຊິ່ງກວ່າໃນສະພາບການໃໝ່; ພ້ອມທັງຢັ້ງຢືນວ່າລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ຮ່ວມເດີນທາງ, ປະຕິບັດບັນດາມາດຕະການສູງສຸດເພື່ອໜູນຊ່ວຍວິສາຫະກິດຕ່າງປະເທດ, ໃນນັ້ນ ມີວິສາຫະກິດ ຍີ່ປຸ່ນ ແກ້ໄຂຄວາມຫຍຸ້ງຍາກ, ຮັກສາການຜະລິດ ແລະ ລະບົບການສະໜອງສິນຄ້າ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Yamada ສະເໜີຕໍ່ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ, ແບ່ງປັນວັກຊິນໃຫ້ແກ່ ຫວຽດນາມ; ຊຸກຍູ້ການຮ່ວມມືໃນການຜະລິດ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ; ພ້ອມທັງສະເໜີໃຫ້ຝ່າຍ ຍີ່ປຸ່ນ ຈົ່ງໃຫ້ການໜູນຊ່ວຍດ້ານນິຕິກຳ, ເອົາໃຈໃສ່ເຖິງການແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນຊີວິດການເປັນຢູ່ທີ່ເປັນປົກກະຕິໃຫ້ແກ່ພົນລະເມືອງ ຫວຽດນາມ ອາໄສ ຢູ່ ຍີ່ປຸ່ນ.

        ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio ຢັ້ງຢືນວ່າ ລັດຖະບານ ຍີ່ປຸ່ນ ຈະໃຫ້ການໜູນຊ່ວຍ ຫວຽດນາມ ໃນທຸກດ້ານໃນສະພາບການປັດຈຸບັນ; ພ້ອມທັງປາດຖະໜາວ່າ ລັດຖະບານ, ບັນດາກະຊວງ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂ, ແກ້ໄຂຄວາມຫຍຸ້ງຍາກຍ້ອນໂລກລະບາດກໍ່ຂຶ້ນ, ໜູນຊ່ວຍບັນດາວິສາຫະກິດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຮັກສາການຜະລິດ, ດຳເນີນທຸລະກິດເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top