• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ເອກ​ອັກ​ຄ​ະ​ຖະ​ທູດ​ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ ອາຟະລິກາ

ຕອນບ່າຍວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບຄະນະເອກອັກຄະລັດຖະທູດບັນດາປະເທດ ຕາເວັນອອກ ກາງ ອາຟະລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ຂໍ້ລິເລີ່ມຈັດຕັ້ງກອງປະຊຸມ “ພົບປະກັບເອກອັກຄະລັດຖະທູດບັນດາປະເທດຕາເວັນອອກກາງ - ອາຟະລິກາ ປີ 2019”ຄັ້ງທຳອິດຂອງກະຊວງການຕ່າງປະເທດ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບຄະນະເອກອັກຄະຖະທູດບັນດາປະເທດຕາເວັນອອກກາງ ອາຟະລິກາ (ພາບ: TTXVN) 

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ອາຟະລິກາ ແມ່ນການພົວພັນພິເສດ, ມີມາແຕ່ດົນນານ. ໃນນະໂຍບາຍທາງການທູດຂອງຕົນ, ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ເຮັດໃຫ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດເພື່ອນມິດ ຕາເວັນອອກກາງ - ອາຟະລິກາ ໃຫ້ເລິກເຊິ່ງກ່ວາອີກ. ປັດຈຸບັນວົງເງິນການຄ້າສອງສົ້ນໃນປີ 2018 ກັບບັນດາປະເທດ ຕາເວັນອອກ ກາງ - ອາຟະລິກາ ບັນລຸໄດ້ 22,5 ຕື້ USD, ເຖິງວ່າເພີ່ມຂຶ້ນ 300% ເມື່ອທຽບໃສ່ປີ 2010ກໍ່ຕາມ ແຕ່ຕາມທ່ານນາຍົກລັດຖະມົນຕີແລ້ວ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ພາກພື້ນ ຕາເວັນອອກກາງ ອາຟະລິກາຍັງໃຫຍ່ຫຼວງຢູ່.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາຢາກໃຫ້ບັນດາທ່ານເອກອັກຄະລັດຖະທູດ, ບັນດານັກການທູດ ຂອງ ຫວຽດນາມກໍ່ຄືໃນພາກພື້ນຕາເວັນອອກກາງ - ອາຟະລິກາເສີມຂະຫຍາຍບົດບາດເປັນເຈົ້າການໃຫ້ຫຼາຍກ່ວານີ້ອີກ, ນຳໜ້າໃນການເປີດຊ່ອງທາງ, ຊັກຈຸງ ແລະ ຊຸກຍູ້ການຮ່ວມມື, ສົມກັບຄວາມຮັບຜິດຊອບທີ່ສຳຄັນແມ່ນຂົວເຊື່ອມຕໍ່ລະຫວ່າງ ລັດຖະບານ ແລະ ປະຊາຊົນບັນດາປະເທດ ຕາເວັນອອກກາງ - ອາຟະລິກາ ກັບ ລັດຖະບານ ແລະ ປະຊາຊົນ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ຊີ້ແຈ້ງວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພ່ືອຊຸກຍູ້ການຮ່ວມມືກັບບັນດາປະເທດຕາເວັນອອກກາງ - ອາຟະລິກາ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top