• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ ອະ​ນຸ​ກຳ​ມະ​ການ​ເສດ​ຖະ​ກິດ-ສັງ​ຄົມ

ຕອນບ່າຍວັນທີ 8 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປະທານອະນຸກຳມະການເສດຖະກິດ-ສັງຄົມ ກອງປະຊຸມໃຫ່ຍ XIV ໄດ້ເປັນເປັນປະທານວາລະປະຊຸມຄັ້ງປະຖົມມະເລິກ ອະນຸກຳມະການເສດຖະກິດ-ສັງຄົມ ກອງປະຊຸມໃຫ່ຍ XIV.
(ພາບ: VOV)
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ ໜ້າທີ່ຂອງອະນຸກຳມະການ ແມ່ນສ້າງບົດລາຍງານ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ ສັງຄົມໃນໄລຍະ 10 ປີ (2021-2030) ສຳເລັດ; ສ້າງແຜນການພັດທະນາເສດຖະກິດ ສັງຄົມໃນໄລຍະ 5 ປີ ໄລຍະ 2026-2030 ເພື່ອຍື່ນສະເໜີກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກ. ໃນນັ້ນ, ເນື້ອໃນ, ຄຸນນະພາບ ແລະ ຮູບການລາຍງານ ຕ້ອງຕິດພັນກັບໂຄງການສ້າງສາປະເທດຊາດ ໃນໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ; ຍຸດທະສາດພັດທະນາເສດຖະກິດ ສັງຄົມໃນໄລຍະ  2021-2030, ວິໄສທັດຮອດປີ 2045. ຕີລາຄາສະພາບການຕ້ອງພາວະວິໄສ, ຖືກຕ້ອງ, ຕິດພັນກັບຕົວຈິງ, ຊີ້ອອກບັນດາສາຍເຫດ ແລະ ບົດຮຽນ; ຄາດຄະເນ, ເຫັນໄດ້ບັນດາຈຸດພິເສດ, ໂອກາດ, ສິ່ງທ້າທາຍ; ຍົກອອກທັດສະນະ, ເປົ້າໝາຍ, ການກຳນົດທິດ, ໜ້າທີ່, ມາດຕະການໃນໄລຍະຈະມາເຖິງ ສອດຄ່ອງກັບສະພາບການຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາທັດສະນະ, ການກຳນົດທິດ, ບຸກທະລຸ ແລະ ໜ້າທີ່, ມາດຕະການ ຕ້ອງຕິດພັນກັບສະພາບຕົວຈິງ; ທັງສືບທອດ, ເສີມຂະຫຍາຍບັນດາຜົນງານຂອງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ທັງຕ້ອງເພີ່ມເຕີ່ມ, ພັດທະນາ, ຮັບປະກັນໃຫ້ເໝາະສົມກັບທ່າອ່ຽງເຄື່ອນເໜັງຢູ່ພາຍໃນ ແລະ ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top