• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ​ໃຫ້​ການ​ຕ້ອນ​ຮັບ​ທ່ານຮອງ​ປະ​ທາ​ນາ​ທິ​ບໍ​ດີ ສ.ອາບ​ຟ​ຼິກ​ກາ Paul Mashatile

ຕອນບ່າຍວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ ສ.ອາບຟຼິກກາ Paul Mashatile ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ ສ.ອາບຟຼິກກາ Paul Mashatile (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນ ໃນການຮ່ວມມືລະຫວ່າງສອງປະເທດ ຍັງໃຫຍ່ຫຼວງທີ່ສຸດ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີ ໃນໄລຍະຈະມາເຖິງ ສອງຝ່າຍຄວນເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກ, ຍົກສູງປະສິດທິຜົນໃນການຮ່ວມມື ກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ, ຄົ້ນຄ້ວາຍົກລະດັບບັນດາກົນໄກຮ່ວມມື.  ພ້ອມກັນນັ້ນ, ສອງຝ່າຍຄວນຄົ້ນຄ້ວາ, ເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອາບຟຼິກກາໃຕ້ ໂດຍໄວ; ເປີດປະຕູຕະຫຼາດໃຫ້ແກ່ສິນຄ້າປະເພດທີ່ເປັນທ່າແຮງຂອງ ກັນຄື: ຜະລິດຕະພັນກະສິກຳ, ເອເລັກໂຕນິກ, ຕ່ຳແຜ່ນຕັດຫຍິບ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພະລັງງານທົດແທນ; ບໍ່ແຮ່, ການຢາ…

ສ່ວນທ່ານຮອງປະທານາທິບໍດີ ອາບຟຼິກກາກໍ່ ຕີລາຄາສູງ ບັນດາຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ ແລະ ທີ່ຕັ້ງສາກົນ ທີ່ນັ້ບມື້ນັບສູງຂຶ້ນຂອງ ຫວຽດນາມ, ທ່ານຢັ້ງຢືນວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ ແມ່ນຂີດໝາຍສຳຄັນ ເພື່ອຍູ້ແຮງການຮ່ວມມືລະຫວ່າງສອງປະເທດ, ເປັນຕົ້ນແມ່ນບັນດາຂອບເຂດຮ່ວມມືໃໝ່ທີ່ແທດຈິງ, ມີປະສິດທິຜົນສູງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top