• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີພັນ​ດອນ ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ຜົນ​ງານ​ດ້ານ​ເສດ​ຖະ​ກິ​ດ​ຂອງ​ສອງ​ປະ​ເທດ

ງານວາງສະແດງ ໄດ້ແນະນຳພາບຖ່າຍກ່ຽວກັບການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ, ໂດຍສຸມໃສ່ຂົງເຂດເສດຖະກິດ: ການເງິນ - ທະນາຄານ, ພະລັງງານ, ໂທລະຄົມມະນາຄົມ, ກະສິກຳ - ປ່າໄມ້ ລະຫວ່າງສອງປະເທດ…
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: TTXVN)   

ໃນຂອບເຂດການຢ້ຽມຢາມລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 11 – 12 ມັງກອນ, ໂດຍເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການທະວີພາຄີລັດຖະບານ ລາວ - ຫວຽດນາມ ແລະ ພ້ອມກັບທ່ານນາຍົກລັດຖະມົນຕີ ລາວ ສະຫຼຸບ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022, ຕອນເຊົ້າວັນທີ 12 ມັງກອນ, ຢູ່ສູນກອງປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ໄປຢ້ຽມຊົມງານວາງສະແດງພາບຖ່າຍກ່ຽວກັບຜົນງານໃນການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ລາວ. ງານວາງສະແດງ ໄດ້ແນະນຳພາບຖ່າຍກ່ຽວກັບການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃນຊຸມປີຜ່ານມາ, ໂດຍສຸມໃສ່ຂົງເຂດເສດຖະກິດ: ການເງິນ - ທະນາຄານ, ພະລັງງານ, ໂທລະຄົມມະນາຄົມ, ກະສິກຳ - ປ່າໄມ້ ລະຫວ່າງສອງປະເທດ… ໃນນັ້ນມີຫຼາຍໂຄງການພົ້ນເດັ່ນ, ໂດຍບັນດາວິສາຫະກິດຫວຽດນາມ ມາລົງທຶນໃນທົ່ວປະເທດລາວ, ພິເສດແມ່ນບັນດາໂຄງການຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຢູ່ລາວ.

 

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top