ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມແກ້ໄຂ ແລະ ຊຸກຍູ້ຕະຫຼາດອະສັງຫາລິມະຊັບພັດທະນາຢ່າງປອດໄພ, ປອດໃສ, ຍືນຍົງ
ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງກໍ່ສ້າງ, ຜູ້ຕາງໜ້າສະຫະສະມາຄົມອະສັງຫາລິມະຊັບ ຫວຽດນາມ, ວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດນີ້, ບັນດາທະນາຄານ, ວິສາຫະກິດກໍ່ສ້າງ, ນັກຊ່ຽວຊານດ້ານເສດຖະກິດ ແລະ ການນຳ 63 ແຂວງ, ນະຄອນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ການຈັດກອງປະຊຸມດັ່ງກ່າວແມ່ນເພື່ອແນໃສ່ຕີລາຄາສະພາບການຕົວຈິງຂອງຕະຫຼາດອະສັງຫາລິມະຊັບ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນຂົງເຂດນີ້ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງ. ພ້ອມທັງຍົກອອກຂໍ້ສະເໜີແນະ, ມາດຕະການແກ້ໄຂ ເພື່ອຊຸກຍູ້ຕະຫຼາດອະສັງຫາລິມະຊັບສືບຕໍ່ພັດທະນາຢ່າງປອດໃສ, ຍືນຍົງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ບັນດາຜູ້ແທນ ປຶກສາຫາລື, ຕີລາຄາສະພາບການໃຫ້ຖືກຕ້ອງ, ຊັດເຈນ; ໄຈ້ແຍກສາຍເຫດຢ່າງລະອຽດ, ຈາກນັ້ນວາງອອກເປົ້າໝາຍ, ໜ້າທີ່, ມາດຕະການພັດທະນາຕະຫຼາດດັ່ງກ່າວໃຫ້ສອດຄ່ອງກັບແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ, ຕາມເສດຖະກິດການຕະຫຼາດ, ກຳນົດທິດສັງຄົມນິຍົມ.