• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຕົວ​ເມືອງ​ທົ່ວ​ປະ​ເທດ 2022

ຕອນເຊົ້າວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຕົວເມືອງທົ່ວປະເທດປີ 2022, ເພື່ອແນໃສ່ຜັນຂະຫຍາຍປະຕິບັດເປົ້າໝາຍການວາງແຜນຜັງ, ກໍ່ສ້າງ, ຄຸ້ມຄອງ ແລະ ພັດທະນາຕົວເມືອງ ຫວຽດນາມ ແບບຍືນຍົງ ຮອດປີ 2030, ວິໄສທັດຮອດປີ 2045.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)  

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ກອງປະຊຸມ ແມ່ນໂອກາດເພື່ອເບິ່ງຄືນວິວັດທະນາການຫັນເປັນຕົວເມືອງ ແລະ ພັດທະນາຕົວເມືອງ ຫວຽດນາມ, ຍົກອອກຈຸດດີ ແລະ ຈຸດອ່ອນ, ກາລະໂອກາດ, ສິ່ງທ້າທາຍ ແລະ ພ້ອມກັນເປັນເອກະພາບບັນດາມາດຕະການ, ແບບວິທີລວມ ເພື່ອຊຸກຍູ້ການພັດທະນາຕົວເມືອງ ໃຫ້ໝັ້ນຄົງເຂັ້ມແຂງກວ່າເກົ່າ. ພ້ອມດຽວກັນນັ້ນ ແມ່ນສ້າງບາດກ້າວຫັນປ່ຽນຢ່າງຕັ້ງໜ້າໃນວຽກງານຍົກສູງປະລິມານ ແລະ ຄຸນນະພາບຂອງວິວັດທະນາການຫັນເປັນຕົວເມືອງ, ເສີມຂະຫຍາຍທ່າແຮງ ປຽບທຽບ, ທ່າແຮງແກ້ງແຍ້ງຂອງຕົວເມືອງໃນສະພາບການພັດທະນາປະເທດຊາດ, ພາກພື້ນ ແລະ ໂລກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ພັກ, ລັດ ໄດ້ປະກາດໃຊ້, ຜັນຂະຫຍາຍຫຼາຍນະໂຍບາຍ, ນະໂຍບາຍຢ່າງມີປະສິດທິຜົນເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ສ້າງກຳລັງໜູນພັດທະນາຕົວເມືອງ. ຕາມທ່ານ ຟ້າມມິງຈິງ ແລ້ວ, ເພື່ອຫັນບັນດາເປົ້າໝາຍພັດທະນາຕົວເມືອງ ຫວຽດນາມແບບຍືນຍົງໃຫ້ປະກົດຜົນເປັນຈິງ ນັ້ນ ພວກເຮົາຄວນມີວິທີສຳພັດແບບສັງລວມ; ຜັນຂະຫຍາຍໂດຍມີມາດຕະການ, ວິທີການແກ້ໄຂຢ່າງລະອຽດ, ແທດຈິງ, ມີປະສິດທິພາບ ແລະ ປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ ຄວນເສີມຂະຫຍາຍແຫຼ່ງກຳລັງຢ່າງແຮງເພື່ອພັດທະນາຕົວເມືອງ, ເປັນຕົ້ນແມ່ນການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ; ຈັດແບ່ງແຫຼ່ງກຳລັງໃຫ້ເໝາະສົມ; ຄຸ້ມຄອງ, ກວດກາ, ຕິດຕາມກວດກາການພັດທະນາຕົວເມືອງ…

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ກໜັກວ່າ ການພັດທະນາຕົວເມືອງ ບໍ່ແມ່ນໜ້າທີ່ສະເພາະຂອງຂະແໜງກໍ່ສ້າງ, ຕົວເມືອງ ແມ່ນສະຖານທີ່ລວມທີ່ສະຫງວນໃຫ້ໝົດທຸກຄົນ ແລະ ເປັນຕ່ອງໂສ້ສຳຄັນໃນການເຊື່ອມຕໍ່ບັນດາຂະແໜງ, ຂົງເຂດທີ່ແຕກຕ່າງກັນ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຈຶ່ງຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງປະຕິບັດໜ້າທີ່, ມາດຕະການແກ້ໄຂຢ່າງລະອຽດເພື່ອມີແຜນນະໂຍບາຍ, ນະໂຍບາຍກ່ຽວກັບການພັດທະນາຕົວເມືອງໃຫ້ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ ແລະ ບັນລຸໄດ້ປະສິດທິຜົນສູງ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top