• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ໂຄງ​ການ​ເສ​ັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເໜືອ - ໃຕ້

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໂຄງການເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້ ແລະ ບັນດາໂຄງການເສັ້ນທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັບ ຈີນ ມີຄວາມໝາຍສຳຄັນຕໍ່ການພັດທະນາປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບໂຄງການເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້

ຕອນເຊົ້າວັນທີ 5 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບ ບັນດາໂຄງການ, ກິດຈະກຳສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ ເປັນປະທານກອງປະຊຸມນັດສາມັນ ລັດຖະບານ ກັບບັນດາກະຊວງ, ຂະແໜງກ່ຽວກັບແຜນນະໂຍບາຍລົງທຶນໂຄງການເສັ້ນທາງລົດໄຟຄວາມໄວສູງ ຕອນເໜືອ - ໃຕ້ ແລະ ສະພາບຜັນຂະຫຍາຍບັນດາໂຄງການເສັ້ນທາງລົດໄຟຄວາມໄວສູງເຊື່ອມຕໍ່ກັບ ຈີນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໂຄງການເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້ ແລະ ບັນດາໂຄງການເສັ້ນທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັບ ຈີນ ມີຄວາມໝາຍສຳຄັນຕໍ່ການພັດທະນາປະເທດຊາດ. ຢູ່ກອງປະຊຸມຄັ້ງທີ 10 ຄະນະບໍລິຫານສູນກາງພັກຊຸດທີ XIII (18 – 20/9/2024), ທາງສູນກາງ ໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍລົງທຶນໂຄງການເສັ້ນທາງລົດໄຟຄວາມໄວສູງຕອນເໜືອ - ໃຕ້, ດ້ວຍທັດສະນະ “ປຶກສາຫາລືເຮັດ, ບໍ່ປຶກສາຫາລືຖອຍ”, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສຸມໃສ່ພູມປັນຍາ, ວັນເວລາ, ເຫື່ອແຮງກໍ່ສ້າງໂຄງການສືບຕໍ່ຍື່ນສະເໜີຕໍ່ສູນກາງ, ສະພາແຫ່ງຊາດ, ພິເສດແມ່ນໃນການຄົ້ນຄ້ວາ, ຂໍ້ສະເໜີເພື່ອລະດົມແຫຼ່ງກຳລັງ ແລະ ເງື່ອນໄຂຈຳເປັນຕ່າງໆເພື່ອຜັນຂະຫຍາຍໂຄງການ.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guinea-Bissau, Madagascar ແລະ Ghana

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guinea-Bissau, Madagascar ແລະ Ghana

ໃນຂອບເຂດກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19, ຢູ່ຫໍຜາສາດ Villers-Cotterêts, ຕັ້ງຢູ່ຫ່າງຈະນະຄອນຫຼວງ ປາຣີ ຂອງ ສ.ຝລັ່ງ 80 ກິໂລແມັດ, ຕອນບ່າຍວັນທີ 4 ຕຸລາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານປະທານາທິບໍດີ Guinea-Bissau, Madagascar ແລະ Ghana.

Top