• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຢ້ຽມ​ຢາມ 3 ປະ​ເທດ ພາກ​ພື້ນ​ຕາ​ເວັນ​ອອກກ​າງ

ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢູ່ UAE ແລະ ກາຕາພາຍຫຼັງ 15 ປີ, ການຢ້ຽມຢາມທຳອິດຂອງນາຍົກລັດຖະມົນຕີ ຫວຽດນາມ ໄປຍັງ ອາຣັບບິ ຊາອຸດິດ ນັບແຕ່ເວລາສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄປຢ້ຽມຢາມສະຫະລັດ ອາຣັບ ເອມີເລດ (UAE) (ພາບ: TTXVN)

ຕອນເຊົ້າວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປຢ້ຽມຢາມສະຫະລັດ ອາຣັບ ເອມີເລດ (UAE), ກາຕາ ເຂົ້າຮ່ວມກອງປະຊຸມ ຂໍ້ລິເລີ່ມລົງທຶນອະນາຄົດ ຄັ້ງທີ 8 ແລະ ໄປຢ້ຽມຢາມ, ເຮັດວຽກຢູ່ ລາຊະອານາຈັກ ອາຮັບບິ ຊາອຸດິ ໃນລະຫວ່າງວັນທີ27 ຕຸລາ ຫາວັນທີ 1 ພະຈິກ 2024 ຕາມຄຳເຊື້ອເຊີນຂອງທ່ານປະທານາທາບໍດີ UAE Mohamed bin Zayed Al Nahyan, ທ່ານນາຍົກລັດຖະມົນຕີ ກາຕາ Sheikh Mohammed bin Abdulrahman bin Jasim Al-Thani, ທ່ານນາຍົກລັດຖະມົນຕີ ອາຣັບບິ ຊາອຸດິ Mohammed Bin Salman.

ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢູ່ UAE ແລະ ກາຕາພາຍຫຼັງ 15 ປີ, ການຢ້ຽມຢາມທຳອິດຂອງນາຍົກລັດຖະມົນຕີ ຫວຽດນາມ ໄປຍັງ ອາຣັບບິ ຊາອຸດິດ ນັບແຕ່ເວລາສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດ ແລະ ກໍ່ເປັນຄັ້ງທຳອິດ ທ່ານນາຍົກລັດຖະມົນຕີ ແມ່ນແຂກຖືກເຊີນແລະ ການນຳຂັ້ນສູງຜູ້ໜຶ່ງດຽວ ຂອງອາຊີ ກ່າວຄຳເຫັນທີ່ກອງປະຊຸມ ຂໍ້ລິເລີ່ມລົງທຶນອະນາຄົດ ຄັ້ງທີ 8 ໂດຍ ອາຣັບບິ ຊາອຸດິ ຈັດຂຶ້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top