• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ວິ​ສາ​ຫາ​ກິດ ຫວຽດ​ນາມ - ບ​ຣາ​ຊິນ

ຕອນບ່າຍວັນທີ 17 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Rio de Janeiro, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ບຣາຊິນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນ ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ບຣາຊິນ (ພາບ: VGP)

ໃນລາຍການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ແລະ ການເຄື່ອນໄຫວສອງຝ່າຍຢູ່ ບຣາຊິນ, ຕອນບ່າຍວັນທີ 17 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Rio de Janeiro, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ບຣາຊິນ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ການພົວພັນ ຫວຽດນາມ - ບຣາຊິນ ພວມສືບຕໍ່ພັດທະນາຢ່າງດີງາມ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ລະດັບສູງ, ພິເສດໃນການໂອ້ລົມເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ກັບທ່ານປະທານາທິບໍດີ ບຣາຊິນ, Luiz Inacio Lula da Silva ສອງຝ່າຍເຫັນດີເປັນເອກະພາບ ຍົກລະດັບການພົວພັນ ຫວຽດນາມ - ບຣາຊິນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນພື້ນຖານທີ່ດີເພື່ອສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວການຮ່ວມມືດ້ານເສດຖະກິດ - ການລົງທຶນ - ການຄ້າລະຫວ່າງປະຊາຄົມວິສາຫະກິດສອງປະເທດ.

ເພື່ອແກ້ໄຂບັນດາຈຸດອຸດຕັນ, ນຳການຮ່ວມມືເສດຖະກິດໃຫ້ສົມກັບເປັນການພົວພັນດ້ານການເມືອງທາງການທູດ ແລະ ຄວາມປາດຖະໜາຂອງສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຖືວ່າສອງຝ່າຍຄວນຊຸກຍູ້ການດຳເນີນເຈລະຈາສັນຍາການຄ້າເສລີ (FTA) ກັບກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) , ສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ, ສັນຍາກ່ຽວກັບວິຊາ ແລະ ບຣາຊິນພິຈາລະນາຮັບຮູ້ຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມໂດຍໄວ.

ແລະກໍ່ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າ ບຣາຊິນ ລວມມີ: Embraer, JBS, Oceanside One Trading ແລະ Alterosa.

ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງເລື່ອງ ຫວຽດາມ ຈະສຸມໃສ່ເຂົ້າໃນການພັດທະນາພື້ນທີ່ທາງທະເລ, ພື້ນທີ່ໃຕ້ທະເລ, ເວຫາອາວະກາດ ແລະ ຫວຽດນາມ ຢາກສືບຕໍ່ກໍ່ສ້າງສູນຄ່ຽມຖ່າຍສົ່ງທາງການບິນ. ທ່ານນາຍົກລັດຖະມົນຕີເຊື້ອເຊີນກຸ່ມບໍລິສັດ Embraer ມາໃຫ້ຄຳປຶກສາກ່ຽວກັບຂົງເຂດນີ້ຢູ່ ຫວຽດນາມ, ໃນສະເພາະໜ້າແມ່ນການຮ່ວມມືກໍ່ສ້າງສູນຮັບປະກັນ, ບຳລຸງຮັກສາເຮືອບິນ, ສູນບຳລຸງສ້າງແຫຼ່ງບຸກຄະລາກອນ ແລະ ຄ່ອຍໆມຸ່ງໄປເຖິງການ ຖ່າຍທອດເຕັກໂນໂລຢີ ແລະ ເປີດກວ້າງການຜະລິດ; ທ່ານ ສະເໜີ Alterosa ເປີດກວ້າງການຮ່ວມມືກັບ ຫວຽດນາມ ຂົງເຂດເຕັກໂນໂລຢີວິທີການຢັ້ງຢືນລະຫັດລັບດີຈີຕອນ ແລະ ບັດອັດສະລິຍະ, ປະກອບສ່ວນສ້າງພື້ນຖານໂຄງລ່າງດີຈີຕອນ, ຊຸກຍູ້ເສດຖະກິດດີຈີຕອນ, ສ້າງສັງຄົມດີຈີຕອນ, ລັດຖະບານດີຈີຕອນ, ພົນລະເມືອງດີຈີຕອນ, ພັດທະນາບັນດາຂົງເຂດປັນຍາປະດິດ… ທ່ານສະເໜີໃຫ້ການນຳກຸ່ມບໍລິສັດ JBS ມາຫວຽດນາມ ໂດຍໄວເພື່ອຊອກຮູ້ກ່ຽວກັບບັນດາໂອກາດຮ່ວມມື, ເພີ່ມທະວີການຮ່ວມມືເປີດກວ້າງລະບົບສະໜອງ, ນຳຜະລິດຕະພັນກະເສດຂອງ ຫວຽດນາມໄປຍັງບຣາຊິນ ແລະ ຕະຫຼາດທົ່ວໂລກ ແລະ ປາດຖະໜາຢາກໃຫ້ ກຸ່ມບໍລິສັດ Oceanside One Trading ຍູ້ແຮງການຮ່ວມມືດ້ານການຄ້າ ແລະ ຄົ້ນຄ້ວາການລົງທຶນ, ນຳບັນດາຜະລິດຕະພັນ, ສິນຄ້າຂອງ ຫວຽດນາມໃຫ້ນັບມື້ນັບ ໄດ້ສຳຜັດກັບຜູ້ບໍລິໂພກທົ່ວໂລກຫຼາຍຂຶ້ນ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top