• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ວັນ​ບຸນ​ວັດ​ທະ​ນະ​ທຳ ເພື່ອ​ສັນ​ຕິ​ພາບ

ໂດຍນອນໃນບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ, ວັນບຸນວັດທະນະທຳ ເພື່ອສັນຕິພາບ ເພື່ອແນໃສ່ແຜ່ລາມສານກ່ຽວກັບຄຸນຄ່າທາງດ້ານວັດທະນະທຳ, ສັນຕິພາບ ແລະ ຫົວຄິດປະດິດສ້າງຂອງຊາວ ທັງລອງ - ຮ່າໂນ້ຍ ຜ່ານບັນດາຍຸກສະໄໝ…
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວັນບຸນວັດທະນະທຳ ເພື່ອສັນຕິພາບ (ພາບ: VGP)

ຕອນເຊົ້າວັນທີ 6 ຕຸລາ, ຢູ່ໜອງຮ່ວານກຽມ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນບຸນວັດທະນະທຳເພື່ອສັນຕິພາບ. ນີ້ແມ່ນເຫດການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2024) ແລະ 25 ປີແຫ່ງວັນຮ້າໂນ້ຍ ໂດຍ UNESCO ມອບລາງວັນ “ນະຄອນເພື່ອສັນຕິພາບ” (16/7/1997 – 16/7/2024).

ໂດຍນອນໃນບັນດາເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ, ວັນບຸນວັດທະນະທຳ ເພື່ອສັນຕິພາບ ເພື່ອແນໃສ່ແຜ່ລາມສານກ່ຽວກັບຄຸນຄ່າທາງດ້ານວັດທະນະທຳ, ສັນຕິພາບ ແລະ ຫົວຄິດປະດິດສ້າງຂອງຊາວ ທັງລອງ - ຮ່າໂນ້ຍ ຜ່ານບັນດາຍຸກສະໄໝ… ວັນບຸນກໍ່ແມ່ນໂອກາດເພື່ອເຊີດຊູພືື້ນຖານອະລິຍາທຳ, ສີສັນວັດທະນະທຳ ເພື່ອສັນຕິພາບຂອງນະຄອນຫຼວງ ຮ່າໂນ້ຍ, ເຂດດິນແດນແຫ່ງສັກກະລຸບູຊາ ກຳເນີດຜູ້ມີຄວາມເກັ່ງກ້າສາມາດ, ບ່ອນເຕົ້າໂຮມຈິດໃຈສະຫງ່າຜ່າເຜີຍຂອງທັງລອງວິນຍານຂອງເຂດພູຜາປ່າໄມ້ ແລະ ແມ່ນຳ, ສະຖານທີ່ພັດທະນາພູມປັນຍາ ຫວຽດນາມ ແລະ ກຽດສັກສິດຂອງມວນມະນຸດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top