• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ແຜ​ນ​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ ນິງ​ທ້ວນ

ຕອນເຊົ້າວັນທີ 28 ເມສາ, ຢູ່ນະຄອນ ຟານຣາງ - ທາບຈ່າມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນແຂວງ ນິງທ້ວນ.
ພິທີປະກາດແຜນຜັງແຂວງນິງທ້ວນໄລຍະ 2021 – 2030 (ພາບ: TTXVN)

ນິງທ້ວນ ແມ່ນແຂວງແຄມທະເລຕອນໃຕ້ພາກກາງ, ນອນໃນເຂດ 3 ແຍກຄົມມະນາຄົມຍຸດທະສາດເຊື່ອມຕໍ່ 03 ເຂດທາງທິດຕາເວັນອອກພາກໃຕ້, ຕອນໃຕ້ພາກກາງ ແລະ ເຂດໄຕງວຽນ; ມີຫຼາຍຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວ; ກະສິກຳ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳ, ພະລັງງານທົດແທນ; ອຸດສາຫະກຳ, ພິເສດແມ່ນຂະແໜງປຸງແຕ່ງຜະລິດຕະພັນກະເສດ.

ແຜນຜັງແຂວງນິງທ້ວນໄລຍະ 2021 – 2030 ເປີດຂອບເຂດພັດທະນາໃໝ່ດ້ວຍເປົ້າໝາຍຮອດປີ 2030: ນິງທ້ວນ ກາຍເປັນແຂວງ ມີລະດັບລາຍຮັບສະເລ່ຍນອນໃນກຸ່ມປານກາງສູງຂອງທົ່ວປະເທດ, ພັດທະນາຂະຫຍັນຂັນເຄື່ອນ, ໄວ ແລະ ຍືນຍົງ ດ້ວຍເສດຖະກິດທະເລ, ເສດຖະກິດຕົວເມືອງແມ່ນກຳລັງໜູນເຕີບໂຕ; ຮອດປີ 2050: ນິງທ້ວນ ກາຍເປັນແຂວງພັດທະນາຮອບດ້ານ, ໄວ ແລະ ຍືນຍົງ, ມີພື້ນຖານເສດຖະກິດຫຼາຍຮູບຫຼາຍແບບ ແລະ ວັດທະນາຖາວອນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາແຜນຜັງແຂວງ ນິງທ້ວນ ຖືກສ້າງຂຶ້ນດ້ວຍຈິນຕະນາການບຸກທະລຸ, ວິໄສທັດຍາວນານ, ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ກາລະໂອກາດພົ້ນເດັ່ນ, ທ່າແຮງແກ່ງແຍ້ງຂອງແຂວງ.

ທີ່ກອງປະຊຸມ, ແຂວງ ນິງທ້ວນ ໄດ້ມອບຂໍ້ຕົກລົງອະນຸມັດຜ່ານແຜນນະໂຍບາຍລົງທຶນ, ໃບຢັ້ງຢືນ, ເຊັນບົດບັນທຶກຄວາມເຂົ້າໃຈຈົດທະບຽນລົງທຶນຜັນຂະຫຍາຍ 15 ໂຄງການດ້ວຍຍອດເງິນລົງທຶນຄາດວ່າແມ່ນກ່ວາ 135.000 ຕື້ດົ່ງ (5,7 ຕື້ໂດລາສະຫະລັດ).

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ຕອນ​ບ່າຍ​ວັນ​ທີ 12 ພະ​ຈິກ, ຢູ່ ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ ສ​ສ​ຊ ໄດ້​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ.

Top