• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກຸ່ມ​ບໍ​ລິ​ສັດ UAE ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ ຫວຽດ​ນາມ

ຫວຽດນາມ ແມ່ນປະເທດທີ່ມີກຳລັງບົ່ມຊ້ອນ ແລະ ພວມພັດທະນາຂະແໜງນ້ຳມັນອາຍແກັດ, ນັບທັງການຂຸດຄົ້ນ, ການກັ່ນນ້ຳມັນ, ກໍຄືການຄ້າກ່ຽວກັບນ້ຳມັນອາຍແກັດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຢີສູງ UAE Sultan bin Ahmed Al Jaber (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ສະຫະລັດ ອາຣັບເອມມີເລດ (UAE) ຢ່າງເປັນທາງການ, ຕອນເຊົ້າວັນທີ 29 ຕຸລາ, ຢູ່ນະຄອນຫຼວງ Abu Dhabi, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Sultan Bin Ahmed Al Jaber, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຢີສູງ, ຜູ້ອຳນວຍການຝ່າຍບໍລິຫານ (CEO) ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ Abu Dhabi ຂອງ UAE (ADNOC) ແລະ ຄູ່ຮ່ວມທຸລະກິດ. ນະທີ່ນີ້, ທ່ານລັດຖະມົນຕີ Saltan Bin Ahmed Al Jaber ແລະ ຄູ່ຮ່ວມທຸລະກິດຝ່າຍ UAE ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ພິເສດແມ່ນຮ່ວມມືພັດທະນາພະລັງງານ ລວມທັງບັນດາໂຄງການກັ່ນນ້ຳມັນ, ຜະລິດແກັດເຫຼວ LNG, ບັນດາໂຄງການພະລັງງານທົດແທນເຊັ່ນ ພະລັງງານແຮງລົມ, ພະລັງງານແສງຕາເວັນ, ພ້ອມທັງປາດຖະໜາຢາກກໍ່ສ້າງລະບົບສາງເກັບມ້ຽນຮັກສາສິນຄ້າຢູ່ ຫວຽດນາມ.

        UAE ປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຕັກໂນໂລຢີສູງ, ປັນຍາປະດິດ (AI), ຍົກສູງສະມັດຕະພາບ, ສ້າງເຕັກໂນໂລຢີໃຫ້ກ້ວໜ້າໃນລະດັບສູງສຸດ.

        ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ແມ່ນປະເທດທີ່ມີກຳລັງບົ່ມຊ້ອນ ແລະ ພວມພັດທະນາຂະແໜງນ້ຳມັນອາຍແກັດ, ນັບທັງການຂຸດຄົ້ນ, ການກັ່ນນ້ຳມັນ, ກໍຄືການຄ້າກ່ຽວກັບນ້ຳມັນອາຍແກັດ; ທ່ານສະເໜີໃຫ້ບັນດາກຸ່ມບໍລິສັດຂອງ UAE ຮ່ວມມືກັບ ຫວຽດນາມ ດ້ວຍບັນດາໂຄງການລະອຽດ, ໃນນັ້ນ ມີການກໍ່ສ້າງສາງບັນຈຸນ້ຳມັນຢູ່ ຫວຽດນາມ ເພື່ອຈຳໜ່າຍໃຫ້ທົ່ວພາກພື້ນ. ນອກຈາກນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ບັນດາກຸ່ມບໍລິສັດຂອງ UAE ຍູ້ແຮງການຮ່ວມມືໃນຂົງເຂດພະລັງງານ, ໂດຍສະເພາະແມ່ນພະລັງງານແຮງລົມ, ພະລັງງານແສງຕາເວັນ, ເຕັກໂນໂລຢີດີຈີຕອນ ແລະ AI.   

ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ໄປຢ້ຽມຢາມ ແລະ ກ່າວຄຳເຫັນຢູ່ສະຖາບັນ Anwar Gargash. ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໃນການຢ້ຽມຢາມ UAE ຢ່າງເປັນທາງການ. ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Abu Dhadi  ເດີນທາງໄປຍັງນະຄອນຫຼວງ Riyadh, ເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມການລົງທຶນອະນາຄົດຄັ້ງທີ 8 ແລະ ຢ້ຽມຢາມ, ເຮັດວຽກກັບລາຊະອານາຈັກ ອາຣັບບິ ຊະອຸດິ.

(ແຫຼ່ງຄັດຈາກ VOV)

ທ່ານ ເຈິ່ນ ແທງເໝີ້ນ: ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ

ທ່ານ ເຈິ່ນ ແທງເໝີ້ນ: “ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ”

ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ" ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງຂອງບັນດາອົງການນິຕິບັນຍັດໃນການປະຕິບັດການຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ

Top