• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ຄອບ​ຄົວ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Abe Shinzo

ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ອາຊີ ແລະ ໃນໂລກ ໃນໄລຍະຜ່ານມາ ຈະ ສືບທອດ, ສືບຕໍ່ປະຕິບັດຄວາມມຸ່ງຫວັງ ຂອງທ່ານອະດີດນາຍົກລັດຖະມົນຕີ Abe.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Akie Abe, ພັນລະຍາທ່ານອະດີດນາຍົກລັດຖະມົນຕີ Abe (ພາບ: VGP)

ວັນທີ 18 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ (ຍີ່ປຸ່ນ), ໃນຂອບເຂດການເດີນທາງໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມ ສຸດຍອດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຄອບຄົວທ່ານອະດີດ ນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ທ່ານອະດີດ ນາຍົກລັດຖະມົນຕີ Abe ແມ່ນເພື່ອນມິດຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງລັດຖະບານ, ປະຊາຊົນຫວຽດນາມ, ຕີລາຄາວ່າ ການພົວພັນຫວຽດນາມ - ຍີ່ປຸ່ນ ພາຍໃຕ້ ການຊີ້ນຳຂອງທ່ານ Abe ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີກໍ່ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງແຮງ ເມື່ອສອງປະເທດ ຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ອາຊີໃນປີ 2014. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ອາຊີ ແລະ ໃນໂລກ ໃນໄລຍະຜ່ານມາ ຈະ ສືບທອດ, ສືບຕໍ່ປະຕິບັດຄວາມມຸ່ງຫວັງ ຕອນທີ່ທ່ານອະດີດນາຍົກລັດຖະມົນຕີ Abe ຍັງມີຊີວິດ ຢູ່ກ່ຽວກັບການພັດທະນາຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ.

ສ່ວນທ່ານນາງ Akie Abe, ພັນລະຍາທ່ານອະດີດນາຍົກລັດຖະມົນຕີ Abe ໄດ້ສະແດງຄວາມຂອບໃຈການແບ່ງປັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານນາງ ຢັ້ງຢືນຈະສືບຕໍ່ປະຕິບັດຄວາມມຸ່ງຫວັງຂອງທ່ານອະດີດນາຍົກລັດຖະມົນຕີ Abe ກ່ຽວກັບການເຮັດໃຫ້ການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກ່ວາອີກຜ່ານບັນດາການເຄື່ອນໄຫວ ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ການສຶກສາ, ການກຸສົນ, ເພີ່ມທະວີນ້ຳໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

Top