• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ການ​ຕໍ່​ສູ້ ກັບ​ອາດ​​ຊະ​ຍາ​ກຳ ແລະ ໄພ​ຢາ​ເສບ​ຕິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງອັນ​ຕະ​ລາຍຫຼາຍ​ຢ່າງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງໄພຢາເສບຕິດ ໄດ້ ແລະ ພວມກາຍເປັນໄພອັນຕະລາຍໃຫຍ່ຂອງມວນມະນຸດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ  

ຕອນເຊົ້າວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼາດໄດ້ຈັດກອງປະຊຸມທາງໄກທົ່ວປະເທດກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ.ກອງປະຊຸມເພື່ອແນໃສຕີລາຄາໝາກຜົນຂອງວຽກງານປ້ອງກັນ, ຕ້ານຢາເສບຕິດໃນໄລຍະຜ່ານມາ, ເປັນຕົ້ນແມ່ນພາຍຫຼັງ 1 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ, ຈາກນັ້ນ ວາງອອກທິດທາງ, ວິທີການແກ້ໄຂ, ໜ້າທີ່ລະອຽດໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງໄພຢາເສບຕິດ ໄດ້ ແລະ ພວມກາຍເປັນໄພອັນຕະລາຍໃຫຍ່ຂອງມວນມະນຸດ. ຜົນຕາມມາຈາກໄພຢາເສບຕິດທີ່ໄດ້ກໍ່ຄວາມສ່ຽງຢ່າງຮ້າຍແຮງຕໍ່ບັນດາຂົງເຂດຄື: ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພ້ອມທັງທຳລາຍສຸຂະພາບຮ່າງກາຍຂອງປະຊາຊົນ, ທັງແມ່ນສາຍເຫດທີ່ພາໃຫ້ເກີດອາດຊະຍາກຳຕ່າງໆ, ນາບຂູ່ຕໍ່ສະຖຽນລະພາບ, ຄວາມວັດທະນາຖາວອນ ແລະ ຄວາມຍືນຍົງຄົງຕົວຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ກວດກາຄືນໃໝ່, ປັບປຸງ, ເພີ່ມເຕີມການສ້າງລະບົບເອກະສານກົດໝາຍທີ່ກ່ຽວຂ້ອງໃຫ້ສົມບູນແບບ, ສ້າງພື້ນຖານນິຕິກຳຢ່າງຄົບຖ້ວນ, ຄົບຊຸດກ່ຽວກັບວຽກງານປ້ອງກັນ, ຕ້ານ ຢາເສບຕິດ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top