• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂອ້​ລົມ​ສົນ​ທະ​ນາ​ກັບ​ກຳ​ມະ​ກອນ ເຂດ​ອຸດ​ສາ​ຫະ​ກຳ VSIP ບັກ​ນິງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີໃຫ້ກຳມະກອນ ຈົ່ງຝຶກຝົນຫຼໍ່ຫຼອມ, ຮຽນຫຼາຍກວ່າອີກ ເພື່ອຍົກສູງສີມືການຊ່າງ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ກຳມະກອນຂອງບໍລິສັດ  Foster Electric ບັກນິງ ຈຳກັດ (ພາບ: vov.vn)

 ເນື່ອງໃນໂອກາດວັນກຳມະກອນປີ 2020, ຕອນບ່າຍວັນທີ 31 ພຶດສະພາ, ຢູ່ເຂດອຸດສາຫະກຳ VSIP, ຢູ່ເທດສະບານ ຕື່ເຊີນ, ແຂວງບັກນິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມຮູບແບບຜະລິດ ແລະ ໂອ້ລົມສົນທະນາກັບກຳມະກອນຢູ່ໂຮງງານຜະລິດອຸປະກອນການສຽງເອເລັກໂຕນິກຂອງ ບໍລິສັດ Foster Electric ບັກນິງ ຈຳກັດ. ທີ່ການໂອ້ລົມ, ກຳມະກອນບໍລິສັດ ຕ່າງກໍປາດຖະໜາວ່າ ລັດຖະບານ, ນາຍົກລັດຖະມົນຕີ ສືບຕໍ່ຄວບຄຸມໂລກລະບາດໃຫ້ເປັນຢ່າງດີ, ໜູນຊ່ວຍວິສາຫະກິດ, ໜູນຊ່ວຍການສົ່ງອອກ ເພື່ອໃຫ້ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງບັນດາວິສາຫະກິດໄດ້ຮັບຜົນດີກວ່າເກົ່າ, ຊ່ວຍສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ກຳມະກອນ; ໜູນຊ່ວຍການບຳລຸງສ້າງວິຊາຊີບໃຫ້ແກ່ແຮງງານ...

ຢູ່ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີໃຫ້ກຳມະກອນ ຈົ່ງຝຶກຝົນຫຼໍ່ຫຼອມ, ຮຽນຫຼາຍກວ່າອີກ ເພື່ອຍົກສູງສີມືການຊ່າງ. ທາງບໍລິສັດຕ້ອງຮັບປະກັນລາຍຮັບ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງກຳມະກອນ, ໃນນັ້ນ ມີການຮັບປະກັນຄວາມປອດໄພໃນການຜະລິດ, ຄວາມປອດໄພຕໍ່ໜ້າໂລກລະບາດ. ກ່ຽວກັບບັນຫາເຮືອນຢູ່ຂອງກຳມະກອນ, ທ່ານນາຍົກລັດຖະມົນຕີຖືວ່າ ບັນຫານີ້ ຕ້ອງໄດ້ເອົາໃຈໃສ່ຫຼາຍກວ່າອີກ, ຕ້ອງເອື້ອອຳນວຍຄວາມສະດວກໃຫ້ແກ່ກຳມະກອນ, ໂດຍສະເພາະແມ່ນລະບົບຮ້ານສັບພະສິນຄ້າ ແລະ ໂຮງລ້ຽງເດັກ./.

 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top