• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ​ໂອ້​ລົມ​ທາງ​ໂທ​ລະ​ສັ​ບ​ກັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈິນ​ ຫລີ​ເຄີ​ສຽງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງສະເໜີໃຫ້ພ້ອມກັນມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂຢ່າງກົມກຽວ ບັນຫາບົນທະເລຕາມຈິດໃຈຄວາມຮັບຮູ້ລວມຂັ້ນສູງ ແລະ ເຄົາລົບກົດໝາຍ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
(ພາບ:vtv)

ວັນທີ 4 ມິຖຸນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີຈີນ ຫລີເຄີສຽງ.

  ທີ່ການໂອ້ລົມທາງໂທລະສັບ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະສັນໂດຍຖືວ່າ: ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຊີ້ນຳຂອງບັນດາການນຳພັກ,    ລັດ, ນຳໜ້າແມ່ນທ່ານເລຂາທິການໃຫ່ຍຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫ່ຍ ສືຈິນຜິງ ພ້ອມກັບຄວາມມານະພະຍາຍາມຂອງທັງສອງຝ່າຍ, ການພົວພັນລະຫວ່າງສອງພັກ ໄດ້ສືບຕໍ່ພັດທະນາຢ່າງດີງາມໃນທຸກຂົງເຂດໃນໄລຍະຜ່ານມາ. ນາຍົກລັດຖະມົນຕີສອງທ່ານ ໄດ້ແລກປ່ຽນ ແລະ ບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບຄວາມສຳຄັນຂອງສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈິນ ແລະ ບັນດາມາດຕະການເພີ່ມທະວີສາຍພົວພັນໃນໄລຍະຈະມາເຖິງ.

   ກ່ຽວກັບບັນຫາທະເລ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ພ້ອມກັນມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂຢ່າງກົມກຽວ ບັນຫາບົນທະເລຕາມຈິດໃຈຄວາມຮັບຮູ້ລວມຂັ້ນສູງ ແລະ ເຄົາລົບກົດໝາຍ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ ແລະ ມີຄວາມເຂົ້າໃຈ, ສົນໃຈຕໍ່ຜົນປະໂຫຍດ, ສິດຜົດປະໂຫຍອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງກັນ ເພື່ອພ້ອມກັນຊຸກຍູ້ການແກ້ໄຂບັນຫາທະເລ ຕາມທິດນຳຈາກງ່າຍຫາຍາກ, ບໍ່ສົ່ງຜົນສະທ້ອນເຖິງການພົວພັນສັງລວມລະຫວ່າງສອງປະເທດ. ມານະພະຍາຍາມພ້ອມກັບອາຊຽນ ຕັ້ງໜ້າຊຸກຍູ້ການເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີຄວາມຄືບໜ້າ, ບັນລຸດໄດ້ COC ຢ່າງມີປະສິດທິຜົນ, ແທດຈິງໂດຍໄວ.

  ສ່ວນທ່ານນາຍົກລັດຖະມົນຕີຈີນ ຫລີເຄີສຽງ ກໍ່ຢືນຢັນວ່າຈິນ ຖືເປັນສຳຄັນ ແລະ ສົນໃຈຕໍ່ບັນດາຂໍ້ສະເໜີຂອງຫວຽດນາມ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ໃນນັ້ນມີເລື່ອງສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດປະເພດຕ່າງໆຂອງຫວຽດນາມ ສົ່ງໄປຈີນ; ທ່ານປາດຖະໜາຢາກຊຸກຍູ້ບັນດາກົນໄກເຈລະຈາບົນທະເລລະຫວ່າງສອງປະເທດ ບັນລຸໄດ້ຄວາມຄືບໜ້າຢ່າງແທດຈິງໂດຍໄວ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ແລະ ບັນດາປະເທດອາຊຽນ ສືບຕໍ່ມານະພະຍາຍາມບັນລຸໄດ້ COC ໂດຍໄວ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top