• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາ​​ແຫ່ງ​ຊາດເລີ່ມ​ຕົ​້ນ​ການ​ຢ້ຽມ​ຢາມ ມາ​ຣົກ​ ຢ່າງ​ເປັນ​ທາງ​ການ

ເວລາ 15 ໂມງ ວັນທີ 27 ມີນາ (ຕາມເວລາທ້ອງຖິ່ນ), ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປເຖິງສະໜາມບິນສາກົນ Rabat Salle , ນະຄອນຫຼວງ ຣາບັດ.

ທ່ານ Habib El Malki ປະທານສະພາຕ່ຳປະເທດ ມາຣົກ ແລະ ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ (ພາບ: Hanoimoi)

ເພື່ອເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ມາຣົກ ຢ່າງເປັນທາງການ ຕາມຄຳເຊີນຂອງ ທ່ານ Habib El Malki ປະທານສະພາຕ່ຳປະເທດ ມາຣົກ.

ພາຍຫຼັງໄປເຖິງນະຄອນຫຼວງ ຣາບັດ ຂອງ ລາຊະອານາຈັກ ມາຣົກ, ຕອນບ່າຍວັນທີ 27 ມີນາ, ທ່ານນາງ ຫງວຽນທິກິມເງິນ ໄດ້ມີການພົບປະກັບພະນັກງານ ສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ລາຊະອານາຈັກ ມາຣົກ. ທ່ານນາງ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ຊາບວ່າ ຈຸດປະສົງຂອງການຢ້ຽມຢາມ, ບັນດາການເຄື່ອນໄຫວຂອງຄະນະເພື່ອແນໃສ່ຊຸກຍູ້ ແລະ ເຮັດໃຫ້ ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານ ກັບ ມາຣົກເວົ້າລວມ, ກັບ ລັດຖະສະພາ ມາຣົກ ເວົ້າສະເພາະໃຫ້ເລິກເຊິ່ງກ່ວາເກົ່າ.

ທ່ານນາງປະທານສະພາແຫ່ງຊາດ, ຕີລາຄາສູງຄວາມມານະພະຍາຍາມ, ການປະກອບສ່ວນຂອງປະຊາຄົມ, ພໍ່ແມ່ປະຊາຊົນມີຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກເພື່ອມີຊີວິດການເປັນຢູ່ເປັນປົກກະຕິ, ເຊື່ອມຕົວເຂົ້າກັບສັງຄົມຂອງປະເທດປະຈຳຖິ່ນ ແລະມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະເທດຊາດ. ທ່ານນາງ ຫງວຽນທິກິມເງິນ ຖືວ່າ ສະຖານທູດຄວນແນະນຳບັນດາສະມາຄົມ, ຄະນະ ຂອງ ຊາວຫວຽດນາມ ມີການເຄື່ອນໄຫວຖືກຕ້ອງຕາມຈຸດປະສົງ ແລະ ສອດຄ່ອງກັບກົດໝາຍຂອງປະເທດປະຈຳຖິ່ນ, ເປັນແບບຢາງ, ຂົວເຊື່ອມຕໍ່ສຳຄັນຢ່າງແທ້ຈິງໃນການປະກອບສ່ວນເພີ່ມທະວີ ແລະ ປັບປຸງການພົວພັນຮ່ວມມືມິດຕະພາບໃນທຸກດ້ານລະຫວ່າງສອງປະເທດ.

“ສິ່ງສຳຄັນທີ່ສຸດຂອງການຕ່າງປະເທດແມ່ນປະຕິບັດດ້ານການເມືອງເປັນຢ່າງດີແຕ່ຕ້ອງເປີດຊ່ອງທາງໃຫ້ແກ່ເສດຖະກິດ, ວັດທະນະທຳ. ຄວາມຮັບຜິດຊອບ ອັນໃຫຍ່ຫຼວງຂອງການຕ່າງປະເທດແມ່ນຄວາມເປັນຫ່ວງເປັນໃຍຕໍ່ວຽກງານປະຊາຄົມ. ສະຖານທູດຕ້ອງເປັນບ່ອນອີງໃສ່ໃຫ້ແກ່ປະຊາຄົມ”.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top