• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວ​ໍ​ທິ​ແອັງ​ຊວັນ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ

ທ່ານ ປະທານາທິບໍດີ ຟີລິບປິນ Marcos ຕີລາຄາວ່າສະພາບການຢູ່ພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ, ກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ພາກພື້ນ ແລະ ຫຼາຍບັນຫາໃຫ້ປະຊາຊົນຄື ສະບຽງອາຫານ, ພະລັງງານ, ທ່ານໃຫ້ຮູ້ວ່າ ຈະປຶກສາຫາລືກັບການນຳ ຫວຽດນາມ ຢູ່ເວທີປາໄສສາກົນ.

ທ່ານ ປະທານາທິບໍດີ ຟີລິບປິນ Marcos ຕີລາຄາວ່າສະພາບການຢູ່ພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ, ກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ພາກພື້ນ ແລະ ຫຼາຍບັນຫາໃຫ້ປະຊາຊົນຄື ສະບຽງອາຫານ, ພະລັງງານ, ທ່ານໃຫ້ຮູ້ວ່າ ຈະປຶກສາຫາລືກັບການນຳ ຫວຽດນາມ ຢູ່ເວທີປາໄສສາກົນ.

    

ທ່ານນາງຮອງປະທານປະເທດ  ຫວໍທິແອັງຊວັນ ພົບປະກັບທ່ານປະທານາທິບໍດີ ຟີລິບປິນ (ພາບ: TTXVN)

ວັນທີ 1 ກໍລະກົດ, ທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອັງຊວັນ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr. ເນື່ອງໃນໂອກາດເຂົ້າຮ່ວມພິທີສາບານຕົນຮັບຕຳແໜ່ງປະທານາທິບໍດີ ຂອງທ່ານ. ທີ່ການພົບປະ, ທ່ານ ປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr ໄດ້ເຫັນດີວ່າ ສອງຝ່າຍຈະຕ້ອງເພີ່ມທະວີແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງ, ທ່ານກໍ່ຢັ້ງຢືນວ່າ ສັບຊ້ອນວຽກງານ ເພື່ອໄປຢ້ຽມຢາມ ຫວຽດນາມ ໂດຍໄວ. ທ່ານປະທານາທິບໍດີ ຟີລິບປິນ Marcos ຫວັງວ່າ ຫວຽດນາມ ຈະສືບຕໍ່ສະໜອງເຂົ້າສານຢ່າງເປັນປົກກະຕິ ເພື່ອຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງ ຟີລິບປິນ. ທ່ານ ປະທານາທິບໍດີ ຟີລິບປິນ Marcos ຕີລາຄາວ່າສະພາບການຢູ່ພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ, ກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ພາກພື້ນ ແລະ ຫຼາຍບັນຫາໃຫ້ປະຊາຊົນຄື ສະບຽງອາຫານ, ພະລັງງານ, ທ່ານໃຫ້ຮູ້ວ່າ ຈະປຶກສາຫາລືກັບການນຳ ຫວຽດນາມ ຢູ່ເວທີປາໄສສາກົນ, ເຫັນດີເປັນເອກະພາບໃນການຮັກສາການຮ່ວມມືໃນບັນຫາທະເລຕາເວັນອອກ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

        ໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ມີການພົບປະກັບ ທ່ານ David Hurley ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ, ທ່ານຮອງນາຍົກລັດຖະມົນຕີ ໄທ ດອນ ປຣະມັດວິໄນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Hayashi Yashimasa, ທ່ານລັດຖະມົນຕີກະຊວງການຕ່າງປະເທດບຣູໄນ Dato Erywan Yusof ແລະ ທ່ານ Richard Graham ທູດພິເສດຂອງນາຍົກລັດຖະມົນຕີ ອັງກິດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ຮ່າຢາງ ຮັບປະກັນຄວາມສົມດຸນ, ການສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ.

Top