• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງປະ​ທານ​ສະ​ພາ​ສູງ ແບນ​ຊິກ Stephanie D’Hose ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ສິງຫາ, ທ່ານນາງປະທານສະພາສູງ ແຫ່ງ ລາຊະອານາຈັກ ແບນຊິກ Stephanie D’Hose ພ້ອມດ້ວຍຄະນະຜູ້ແທນລາຊະອານາຈັກແບນຊິກ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ), ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 21 – 25 ສິງຫາ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.
ບັນດາຜູ້ແທນ ຫວຽດນາມ ຕ້ອນຮັບທ່ານນາງປະທານສະພາສູງ ແບນຊິກ Stéphanie D’Hose ຢູ່ສະໜາມບິນ

ອອກຕ້ອນຮັບຄະນະຢູ່ສະໜາມບິນ ລວມມີ: ທ່ານນາງ ຫົວໜ້າກຳມາທິການສັງຄົມຂອງສະພາແຫ່ງຊາດ ຫງວຽນຖຸ່ຍແອັງ; ຮອງປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ໂດນຕວັນຟອງ; ທ່ານຫົວໜ້າສະຖາບັນຄົ້ນຄວ້ານິຕິບັນຍັດຂຶ້ນກັບຄະນະປະຈຳສະພາແຫ່ງຊາດ ຫງວຽນວັນຮ່ຽນ.

ທ່ານນາງປະທານສະພາສູງແຫ່ງ ລາຊະອານາຈັກ ແບນຊິກ Stephanie D’Hose ແມ່ນນັກການເມືອງຂັ້ນສູງສຸດຂອງ ແບນຊິກ ທີ່ມາຢ້ຽມຢາມ ຫວຽດນາມ ໃນປີນີ້. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 50 ປີ (22/03/1973 – 22/03/2023). ການຢ້ຽມຢາມ ແມ່ນເພື່ອແນໃສ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍຄືການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ແບນຊິກ; ເພີ່ມທະວີການສົມທົບລະຫວ່າງສອງປະເທດ ຢູ່ບັນດາເວທີປາໄສຫຼາຍຝ່າຍ ເປັນຕົ້ນແມ່ນ ສປຊ, ບັນດາອົງການລັດຖະສະພາລະດັບພາກພື້ນ ແລະສາກົນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top