ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ ພົບປະກັບສື່ມວນຊົນ
ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ນິວຊີແລັນ, ຕອນບ່າຍວັນທີ 13 ສິງຫາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Auckland, ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ແລະ ທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລັນ ໄດ້ພົບປະກັບສື່ມວນຊົນ ແລະ ເປັນສັກຂີພິຍານພິທີມອບຮັບເອກະສານຮ່ວມມືລະຫວ່າງສອງປະເທດ. ທີ່ການຖະແຫຼງຂ່າວ, ທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລັນ ຢັ້ງຢືນວ່າ ຫວຽດນາມແມ່ນພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນອາຊຽນ ແມ່ນດວງດາວພວມພົ້ນເດັ່ນຂຶ້ນຢູ່ອາຊີ ດັ່ງນັ້ນໂອກາດຮ່ວມມືລະຫວ່າງ ນິວຊີແລັນ ແລະ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ. ບົນພື້ນຖານນັ້ນ, ສອງປະເທດຫາກໍ່ບັນລຸໄດ້ຂໍ້ຕົກລົງ 4 ສະບັບເພື່ອແນໃສ່ເຮັດໃຫ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກວ່າອີກ.
ທີໜຶ່ງແມ່ນຂໍ້ຕົກລົງກ່ຽວກັບການຝືກອົບຮົບວິຊາຊີບຮັກສາສັນຕະພາບ, ຜ່ານນັ້ນກໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງກຳລັງປ້ອງກັນຊາດຂອງສອງປະເທດ ແລະ ພ້ອມກັນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ຂອງ ສປຊ. ທີສອງ, ຕໍ່ກຳນົດເວລາ ແລະ ເປີດກວ້າງຂໍ້ຕົກລົງກ່ຽວກັບການສຶກສາວິຊາຊີບ ແລະ ເຕັກນິກ, ຊ່ວຍຕອບສະໜອງບັນດາທັກສະທີ່ພວມປ່ຽນແປງຂອງ ສອງພື້ນຖານເສດຖະກິດ. ທີສາມ, ແມ່ນບ້ວງນະໂຍບາຍກະສິກຳເພື່ອແນໃສ່ເປີດກວ້າງຕະຫຼາດໃຫ້ແກ່ນ້ຳເຜິ້ງ ແລະ ບັນດາຜະລິດຕະພັນຈາກໂຕໂອງ (ໂຕກວາງ) ຂອງນິວຊີແລັນ ກໍຄືດອກໄມ້ສົດ ແລະ ໃບໄມ້ຂອງ ຫວຽດນາມ. ທີສີ່ແມ່ນເພີ່ມທະວີ ງົບລາຍຈາຍ ໃຫ້ແກ່ບັນດາເຂດທົ່ງພຽງຂອງອາ
ຊີທີ່ກວ້າງໃຫຍ່ ແລະ ບັນດາໂຄງການກະສິກຳທີ່ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດຂອງ ອາຊຽນ, ຊ່ວຍເພີ່ມທະວີຄວາມສາມາດຕ້ານທານ, ຍົກສູງຜົນກຳໄລໃຫ້ແກ່ຊາວກະສິກອນ ແລະ ຫຼຸດຜ່ອນ 50% ປະລິມານການປ່ອຍອາຍພິດຈາກການຜະລິດເຂົ້າສານ.
ໂດຍແຈ້ງຂໍ້ມູນ ຢູ່ທີ່ການພົບປະກັບສື່ມວນຊົນ ຕື່ມອີກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ສອງຝ່າຍບັນລຸໄດ້ໝາກຜົນອັນແທດຈິງ ແລະ ລະອຽດຫຼາຍຢ່າງ, ເຫັນດີເປັນເອກະພາບເພີ່ມທະວີການພົບປະທຸກຂັ້ນ ແລະ ຊຸກຍູ້ການກະທຳທີ່ແທດຈິງ, ຮັບປະກັນບັນດາຄຳໝັ້ນສັນຍາຂັ້ນສູງລ້ວນແຕ່ໄດ້ຫັນເປັນໝາກຜົນຢ່າງລະອຽດ; ສ້າງການຫັນປ່ຽນຢ່າງແຮງໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ສົມກັບຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງປະເທດ ປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າສອງສົ້ນ ບັນລຸລະດັບ 3 ຕື້ USD ໂດຍໄວ.
ໃນໂອກາດນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລັນ ກໍ່ໄດ້ເປັນສັກຂີພິຍານພິທີມອບຮັບເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ






