ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ພົບ​ປະ​ກັບ​ສື່ມວນ​ຊົນ

ໃນ​ໂອ​ກາດ​ນີ້, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ແລະ ທ່ານ Christopher Luxon ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລັນ ກໍ່ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ​ຮັບ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ກະ​ຊວງ, ຂະ​ແໜງ​ການ​ສອງ​ປະ​ເທດ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ນິວ​ຊີ​ແລັນ, ຕອນ​ບ່າຍ​ວັນ​ທີ 13 ສິງ​ຫາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນ Auckland, ທ່ານ​ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດຫວຽດ​ນາມ ແລະ ທ່ານ​ Christopher Luxon ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລັນ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນ ແລະ ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ​ຮັບ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ​ Christopher Luxon ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລັນ ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ໄວ​ທີ່​ສຸດ​ໃນ​ອາ​ຊຽນ ແມ່ນດວງ​ດາວ​ພວມພົ້ນ​ເດັ່ນ​ຂຶ້ນ​ຢູ່​ອາ​ຊີ ດັ່ງ​ນັ້ນ​ໂອ​ກາດ​ຮ່ວມ​ມື​ລະ​ຫວ່າງ ນິວ​ຊີ​ແລັນ ແລະ ຫວຽດ​ນາມ ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ບົນ​ພື້ນ​ຖານ​ນັ້ນ, ສອງ​ປະ​ເທດ​ຫາ​ກໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ 4 ສະ​ບັບ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເລິກ​ເຊິ່ງກວ່າ​ອີກ.

  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ແລະ ທ່ານ Christopher Luxon ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລັນ ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ​ຮັບ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ກະ​ຊວງ, ຂະ​ແໜງ​ການ​ສອງ​ປະ​ເທດ (ພາບ: VNA)  

ທີ​ໜຶ່ງ​ແມ່ນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຝືກ​ອົບ​ຮົບ​ວິ​ຊາ​ຊີບ​ຮັກ​ສາ​ສັ​ນ​ຕະ​ພາບ, ຜ່ານ​ນັ້ນ​​ກໍ່ເພີ່ມທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນ​ຊາດ​ຂອງ​ສອງ​ປະ​ເທດ ແລະ ພ້ອມ​ກັນ​ປະ​ກອບ​ສ່ວນ​ເຂົ້າ​ໃນການ​ຮັກ​ສາ​ສັນ​ຕິ​ພາບ ຂອງ ສ​ປ​ຊ. ທີ​ສອງ, ຕໍ່​ກຳ​ນົດ​ເວ​ລາ ແລະ ເປີດກວ້າງ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ສຶກ​ສາ​ວິ​ຊາ​ຊີບ ແລະ ​ເຕັກ​ນິກ, ຊ່ວຍ​ຕອບ​ສະ​ໜອງ​ບັນ​ດາ​ທັກ​ສະ​​ທີ່ພວມ​ປ່ຽນ​ແປງ​ຂອງ ສອງ​ພື້ນ​ຖານ​ເສດ​ຖະ​ກິດ. ທີ​ສາມ, ແມ່ນ​ບ້ວງ​ນະ​ໂຍ​ບາຍ​ກະ​ສິ​ກຳ​ເພື່ອ​ແນ​ໃສ່ເປີດກວ້າງ​ຕະຫຼາດ​ໃຫ້​ແກ່​ນ້ຳ​ເ​ຜິ້ງ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກໂຕ​ໂອງ (ໂຕກວາງ) ຂອງ​ນິວ​ຊີ​ແລັນ ກໍ​ຄື​ດອກ​ໄມ້​ສົດ ແລະ ໃບ​ໄມ້​ຂອງ ຫວຽດ​ນາມ. ທີ​ສີ່​ແມ່ນ​ເພີ່ມ​ທະ​ວີ​ ງົບ​​ລາຍ​ຈາຍ ໃຫ້​ແກ່​ບັນ​ດາ​ເຂດ​ທົ່ງ​ພຽງ​ຂອງ​ອາ

ຊີ​ທີ່ກວ້າງ​ໃຫຍ່ ແລະ ບັນ​ດາ​ໂຄງ​ການ​ກະ​ສິ​ກຳ​ທີ່​ເໝາະ​ສົມ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ອາ​ຊຽນ, ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​​ຕ້ານ​ທານ, ຍົກ​ສູ​ງຜົນ​ກຳ​ໄລ​ໃຫ້​ແກ່​ຊາວ​ກະ​ສິ​ກອນ ແລະ ຫຼຸດ​ຜ່ອນ 50% ປະ​ລິ​ມານ​ການ​ປ່ອຍ​ອາຍ​ພິດ​ຈາກ​ການ​ຜະ​ລິດ​ເຂົ້າ​ສານ.

ໂດຍ​ແຈ້ງ​ຂໍ້​ມູນ​ ​ຢູ່​ທີ່ການ​ພົບ​ປະ​ກັບ​ສື່ມວນ​ຊົນ ຕື່ມ​ອີກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ສອງ​ຝ່າຍ​ບັນ​ລຸ​ໄດ້​ໝາກ​ຜົນ​ອັນ​ແທດ​ຈິງ ແລະ ລະ​ອຽດຫຼາຍ​ຢ່າງ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ພົບ​ປະ​ທຸກ​ຂັ້ນ ແລະ ຊຸກ​ຍູ້​ການ​ກະ​ທຳ​ທີ່​ແທດ​ຈິງ, ຮັບ​ປະ​ກັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂັ້ນ​ສູງ​ລ້ວນ​ແຕ່​ໄດ້​ຫັນ​ເປັນ​ໝາກ​ຜົນ​ຢ່າງ​ລະ​ອຽດ; ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລ​ົງ​ທຶນ, ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ລະ​ຫວ່າງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ສອງ​ປະ​ເທດ​​ ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ບັນ​ລຸ​ລະ​ດັບ 3 ຕື້ USD ໂດຍ​ໄວ.

ໃນ​ໂອ​ກາດ​ນີ້, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ແລະ ທ່ານ Christopher Luxon ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລັນ ກໍ່ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ​ຮັບ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ກະ​ຊວງ, ຂະ​ແໜງ​ການ​ສອງ​ປະ​ເທດ


top