• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບການນຳກຸ່ມບໍລິສັດໃຫຍ່ຂອງ ມາເລເຊຍ ຈຳນວນໜຶ່ງ

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບການນຳບໍລິສັດໃຫຍ່ຂອງ ມາເລເຊຍ ຈຳນວນໜຶ່ງ ໃນຂົງເຂດພັດທະນາເຕັກນິກ, ອະສັງຫາລິມະຊັບ ແລະ ພື້ນຖານໂຄງລ່າງ, ການບໍລິການຫຼາຍຂະແໜງ.
(ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Lin Yun Ling, ຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ Gamuda)

ໃນວັນທີ 22 – 23 ພະຈິກ, ຢູ່ ກົວລາລຳເປີ, ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບການນຳບໍລິສັດໃຫຍ່ຂອງ ມາເລເຊຍ ຈຳນວນໜຶ່ງ ໃນຂົງເຂດພັດທະນາເຕັກນິກ, ອະສັງຫາລິມະຊັບ ແລະ ພື້ນຖານໂຄງລ່າງ, ການບໍລິການຫຼາຍຂະແໜງ.

        ທີ່ການຕ້ອນຮັບທ່ານ Lin Yun Ling, ຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ Gamuda, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ Gamuda ເປີດກວ້າງການລົງທຶນໃນຂົງເຂດພັດທະນາຕົວເມືອງ, ເຕັກໂນໂລຊີຫຼາຍກວ່າອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່, ບັນດາຂົງເຂດເຊິ່ງ Gamuda ມີທ່າແຮງ, ນຳໜ້າດ້ານຄຸນນະພາບ, ພື້ນຖານໂຄງລ່າງ, ການບໍລິການ, ສະສົມເຕັກໂນໂລຊີສື່ສານ, ປັນຍາປະດິດ ເພື່ອຄຸ້ມຄອງເຄື່ອນໄຫວ.

        ທີ່ການຕ້ອນຮັບທ່ານ Francis Yeoh Sock Ping- ປະທານຝ່າຍບໍລິຫານກຸ່ມບໍລິສັດ YTL Corporation Berhad, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດໃຫຍ່ລົງທຶນເຂົ້າຂົງເຂດຜະລິດຊິບ, ສູນຂໍ້ມູນໃຫຍ່ ເພື່ອກຳແໜ້ນໂອກາດເມື່ອວິທະຍາສາດເຕັກໂນໂລຊີພວມມີບັນດາບາດກ້າວພັດທະນາຢ່າງວ່ອງໄວທີ່ສຸດ.

        ທີ່ການຕ້ອນຮັບທ່ານ Tony Fernandes, ຫົວໜ້າຝ່າຍບໍລິຫານກຸ່ມບໍລິສັດ Capital A (Air Asia), ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ, ກຸ່ມບໍລິສັດສືບຕໍ່ເປີດກວ້າງການເຄື່ອນໄຫວ, ຕອບສະໜອງຄວາມຕ້ອງການພັດທະນາ ແລະ ສ້າງກຳລັງຜູ້ອອກແຮງງານມີສີມືດີຢູ່ ຫວຽດນາມ, ກາຍເປັນຂົວເຊື່ອມຕໍ່ສຳຄັນໃນການດຶງດູດວິສາຫະກິດ ມາເລເຊຍ ຫຼາຍແຫ່ງລົງທຶນເຂົ້າ ຫວຽດນາມ.

        ກໍ່ເນື່ອງໃນໂອກາດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 23 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ດີເດັ່ນ, ການນຳສະມາຄົມ, ປັນຍາຊົນ, ນັກທຸລະກິດຊາວ ຫວຽດນາມ ອາໃສຢູ່ບັນດາປະເທດ ອາຊຽນ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top