ຂ່າວສານ
ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການໂອ້ລົມສົນທະນາກັບທ່ານເລຂາທິການໃຫຍ່, ປະທານພັກແຮງງານ ສປປ.ເກົາຫຼີ Kim Jong Un
ຕອນເຊົ້າວັນທີ 09 ຕຸລາ, ຢູ່ນະຄອນຫຼວງ ພຽງຢາງ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານເລຂາທິການໃຫຍ່ພັກກອມູນິດ ຫວຽດນາມ ໂຕເລິມ ໄດ້ດຳເນີນການໂອ້ລົມສົນທະນາກັບທ່ານເລຂາທິການໃຫຍ່, ປະທານພັກແຮງງານ ສປປ.ເກົາຫຼີ Kim Jong Un, ຢູ່ສຳນັກງານສູນກາງພັກແຮງງານ ສປປ.ເກົາຫຼີ.
ທີ່ການໂອ້ລົມສົນທະນາ, ການນຳ 2 ທ່ານໄດ້ພ້ອມກັນຫວນຄືນ ແລະ ສະແດງຄວາມເຄົາລົບຕໍ່ສາຍພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ລັດ ໂດຍປະທານ ໂຮ່ຈີມິນ ແລະ ປະທານ Kim Il Sung ກໍ່ຕັ້ງ ແລະ ການນຳລຸ້ນຕ່າງໆຂອງ 2 ຝ່າຍເພີ່ມພູນຄູນສ້າງ, ສືບທອດ ແລະ ເສີມຂະຫຍາຍ.
ກ່ຽວກັບການຮ່ວມມືໃນໄລຍະຈະມາຖິງ, ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ການຮ່ວມມືທ້ອງຖິ່ນ; ຮັກສາກົນໄກສົນທະນາ ແລະ ຮ່ວມມື, ຄົ້ນຄວ້າຄວາມສາມາດຮ່ວມມືໃນບັນດາຂົງເຂດທີ່ເໝາະສົມ; ຍູ້ແຮງການພົວພັນແລກປ່ຽນປະຊາຊົນ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ປາດຖະໜາຢາກໃຫ້ 2 ຝ່າຍເປີດກວ້າງບັນດາຂົງເຂດຮ່ວມມືທີ່ມີທ່າແຮງ, ມີຄວາມສາມາດບົ່ມຊ້ອນ, ຄື: ວັດທະນະທຳ, ກິລາ, ທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ…
ສ່ວນທ່ານເລຂາທິການໃຫຍ່, ປະທານພັກແຮງງານ Kim Jong Un ຢືນຢັນວ່າ ສປປ.ເກົາຫຼີ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການກໍ່ສ້າງພັກ ແລະ ພັດທະນາປະເທດຊາດ, ພ້ອມທີ່ຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ເໝາະສົມ.
ການນຳ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ, ເຫັນດີເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນ ແລະ ພ້ອມກັນປະສານງານຢູ່ບັນດາເວທີປາໄສຫຼາຍຝ່າຍ ຄື ສະຫະປະຊາຊາດ, ເວທີປາໄສພາກພື້ນຂອງ ອາຊຽນ.
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສປປ.ເກົາຫຼີ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ, ຕອນບ່າຍວັນທີ 09 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມໂຮງຮຽນອະນຸບານ ກຽງຊາງ ແລະ ຫ້ອງຮຽນທີ່ໃສ່ຊື່ປະທານ ໂຮ່ຈິມິນ.
ຕໍ່ຈາກນັ້ນ, ຕອນຄ່ຳວັນທີ 09 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມ ແລະ ຮັບຊົມລາຍການສະແດງສິລະປະຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ.