• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ຮັກສາ ແລະ ພັດທະນາເສດຖະກິດ - ສັງຄົມ

      ຕອນເຊົ້າວັນທີ 4 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ຖືກໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ຮ່າໂນ້ຍ. ເປີດສາກກອງປະຊຸມ, ບັນດາຜູ້ແທນໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາພໍ່ແມ່ພີ່ນ້ອງ, ພະນັກງານ, ນັກຮົບ ຜູ້ທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19.
ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII (ພາບ: VOV.VN)
      ຕາມລາຍການແລ້ວ, ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບ ສະພາບການໂລກລະບາດໂຄວິດ - 19 ແລະ ທັດສະນະ, ແຜນນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການໃໝ່; ສະພາບການເສດຖະກິດ - ສັງຄົມ ປີ 2021, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມປີ 2022; ສະພາບການປະຕິບັດງົບປະມານແຫ່ງລັດປີ 2021, ແຜນງົບປະມານແຫ່ງລັດປີ 2022 ແລະ ແຜນການການເງິນ - ງົບປະມານແຫ່ງລັດ ໄລຍະ 3 ປີ 2022 – 2024; ສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ລົບລ້າງການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບົດ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ ແລະ ບາງບັນຫາສຳຄັນອື່ນໆອີກ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV.VN)
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ:
    “ສະເໜີໃຫ້ຕີລາຄາຢ່າງພາວະວິໄສ, ຮອບດ້ານສະພາບການຕ້ານໂລກລະບາດໂຄວິດ - 19, ພັດທະນາເສດຖະກິດ - ສັງຄົມ ໄລຍະ 9 ເດືອນຕົ້ນປີ, ຄາດຄະເນສະພາບການຮອດທ້າຍປີ 2021, ໂດຍສະເພາະແມ່ນຄາດຄະເນສະພາບການໂລກລະບາດໂຄວິດ - 19 ໃນໂລກ ແລະ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ. ເອົາໃຈໃສ່ເຖິງການສະຫຼຸບ, ຕີລາຄາຄວາມຈຳເປັນ, ລັກສະນະຄວາມຖືກຕ້ອງ, ປະສິດທິພາບ, ປະສິດທິຜົນ, ກໍຄືບັນດາຂໍ້ຈຳກັດໃນການປະກາດໃຊ້ ແລະ ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ, ມາດຕະການໃໝ່ເພື່ອແກ້ໄຂບັນດາບັນຫາໃນພາກຕົວຈິງ ໃນວິວັດການທັງປ້ອງກັນ, ຕ້ານໂລກລະບາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນໂລກລະບາດກໍ່ຂຶ້ນ, ທັງຮັກສາ, ພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາ. ປຽບທຽບ, ໄຈ້ແຍກຄວາມສາມາດປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ ທີ່ໄດ້ຄາດຄະເນໃນປີ 2021.”
            ຄາດວ່າ, ກອງປະຊຸມຈະເຮັດວຽກຮອດວັນທີ 7 ຕຸລາ ຈຶ່ງຈະອັດລົງ.
 (ແຫຼ່ງຄັດຈາກ VOV)
 

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຊຸກ​ຍູ້​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ຂະ​ແໜງ​ເກມ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ

ຕອນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ວັນ​ບຸນ​ເກມ ຫວຽດ​ນາມ - Vietnam GameVerse 2026 ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ບືນ​ຕົວ​ອອກ​ສູ່​ທະ​ເລ​ທີ່​ກວ້າງ​ໃຫຍ່​ - Do local, go global" ໄດ້ໄຂ​ຂຶ້ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເຫ​ດ​ການ​ດັ່ງ​ກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງບ​ັນ​ດາ​ຄູ່​ຮ່ວມ​ມື​ມາ​ຈາກ ສ.ເກົ​າຫຼີ, ຈີນ, ອາ​ເມ​ລິ​ກາ, ຍີ່​ປຸ່ນ… ພ້ອມ​ດ້ວຍ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ, ຄື: Google, Meta, Bytedance, Roblox, Riot… ແລະ ບັນ​ດາ​ທິມ​ງານ Esports ທີ່​ມາ​ຈາກ 11 ປະ​ເທດ ອາ​ຊຽນ.

Top