• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ເອົາໃຈໃສ່ເຖິງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນແທດຈິງຂອງປະຊາຊົນທຸກຊັ້ນຄົນ

      ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເຂົ້າຮ່ວມແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
ກອງປະຊຸມທາງໄກທົ່ວປະເທດ ເພື່ອຜັນຂະຫຍາຍໂຄງການກະທຳຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ພາບ: VOV)
      ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທາງໄກທົ່ວປະເທດ ເພື່ອຜັນຂະຫຍາຍໂຄງການກະທຳຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເຂົ້າຮ່ວມແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
            ກອງປະຊຸມຖືກຈັດຕັ້ງຂຶ້ນເພື່ອແນໃສ່ເຊື່ອມຊືມ, ຮັບປະກັນຄວາມເປັນເອກະພາບ, ຄົບຊຸດໃນການຜັນຂະຫຍາຍປະຕິບັດໂຄງການດຳເນີນງານຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກ, ສະແດງຄວາມຕັດສິນໃຈສູງ ແລະ ສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໃນທົ່ວລະບົບແນວໂຮມປະເທດຊາດ, ອົງການຈັດຕັ້ງສະມາຊິກ ແລະ ປະຊາຊົນທຸກຊັ້ນວັນນະຢ່າງມີໄຊ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມ (ພາບ: VOV)
      ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ຄວນສືບຕໍ່ເພີ່ມທະວີການສ້າງ ແລະ ປັບປຸງກຸ້ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ໝັ້ນຄົງໜັກແໜ້ນ, ເສີມຂະຫຍາຍນໍ້າໃຈປະດິດຄິດສ້າງຂອງປະຊາຊົນທຸກຊັ້ນວັນນະໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ເອົາໃຈໃສ່ເຖິງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນແທດຈິງຂອງປະຊາຊົນທຸກຊັ້ນຄົນ, ສ້າງເງື່ອນໄຂສະດວກ ແລະ ຂົນຂວາຍປຸກລະດົມ ແລະ ດຶງດູດປະຊາຊົນເຂົ້າຮ່ວມບັນດາຂະບວນການແຂ່ງຂັນ, ບັ້ນຂົນຂວາຍຕ່າງໆໂດຍແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກປຸກລະດົມຢ່າງແຮງກວ່າອີກ. ທ່ານກ່າວວ່າ:
        ໜຶ່ງໃນບັນດາໜ້າທີ່ກວມລວມ ແລະ ມີຄວາມສຳຄັນແຖວໜ້າຂອງແນວໂຮມປະເທດຊາດ ແມ່ນສືບຕໍ່ກໍ່ສ້າງ ແລະ ເພີ່ມທະວີການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ຮັບປະກັນຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້, ແນວຄິດ ແລະ ການກະທຳ, ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດ, ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ, ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຮຸ່ງເຮືອງສີວິໄລ, ປະຊາຊົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ.”
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top