• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 190 ປີ ແຫ່ງວັນສ້າງຕັ້ງແຂວງ ຮຶງອຽນ

      ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ແຂວງ ຕ້ອງເອົາໃຈໃສ່ເປັນພິເສດເຖິງໜ້າທີ່ປົກປັກຮັກສາ ແລະ ພັດທະນາພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເສີມຂະຫຍາຍຄຸນຄ່າປະຫວັດສາດວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນ, ເລີ່ມຕົ້ນແມ່ນປຸກລະດົມຂະບວນການກໍ່ສ້າງຄອບຄົວວັດທະນະທຳ ຫວຽດນາມ. 
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະ, ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນ ແຂວງ ຮຶງອຽນ (ພາບ: TTXVN)
      ຕອນເຊົ້າວັນທີ 19 ທັນວາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຮຶງອຽນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 190 ປີ ແຫ່ງວັນສ້າງຕັ້ງແຂວງ (1831 – 2021), 80 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງ (1941 – 2021), 25 ປີແຫ່ງວັນສ້າງຕັ້ງແຂວງ ຮຶງອຽນ ຄືນໃໝ່ (ວັນທີ 1/1/1997 – 1/1/2022) ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຕາມຮູບການທາງໄກ ໂດຍໄດ້ເຊື່ອມຕໍ່ກັບ 10 ເມືອງ, ເທດສະບານ ແລະ ນະຄອນ.
        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຮຶງອຽນ ແມ່ນແຂວງທີ່ມີກຳລັງບົ່ມຊ້ອນ ແລະ ທ່າໄດ້ປຽບຫຼາຍຢ່າງເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ແຂວງ ຕ້ອງເອົາໃຈໃສ່ເປັນພິເສດເຖິງໜ້າທີ່ປົກປັກຮັກສາ ແລະ ພັດທະນາພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເສີມຂະຫຍາຍຄຸນຄ່າປະຫວັດສາດວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນ, ເລີ່ມຕົ້ນແມ່ນປຸກລະດົມຂະບວນການກໍ່ສ້າງຄອບຄົວວັດທະນະທຳ ຫວຽດນາມ. ທາງແຂວງຕ້ອງສືບຕໍ່ປະຕິບັດບັນດານະໂຍບາຍຊ່ວຍໜູນສັງຄົມ, ບັນດາມາດຕະການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຮັບປະກັນຄວາມຍຸຕິທຳໃນສັງຄົມໃຫ້ເປັນຢ່າງດີ; ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ; ເອົາໃຈໃສ່ເຖິງການພັດທະນາຢ່າງຮອບດ້ານ, ຍົກສູງຄຸນນະພາບການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ.
(ແຫຼ່ງຄັດຈາກ VOV)

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ວັນ​ທີ 29 ມີນາ 2023, ຄະນະຊີ້ນຳວຽກງານຂ່າວສານ ການພົວພັນຕ່າງປະເທດ, ຄະນະໂຄສະນາອົບຮົມ​ສູນ​ກາງ, ສຳນັກ​ຂ່າວສານ ​ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ງານ​ຖະແຫຼງຂ່າວ​ ​ປຸກ​ລະ​ດົມ​ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX.

Top