• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສຳເລັດການຢ້ຽມຢາມສະຫະພັນລັດເຊຍ ແລະ ຮຸງກາຣີ ຢ່າງຈົບງາມ

ວັນທີ 11 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສຳເລັດການຢ້ຽມຢາມສະຫະພັນລັດເຊຍ ແລະ ຮຸງກາຣີ ຢ່າງເປັນທາງການ, ແຕ່ວັນທີ 5-11 ກັນຍາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ  Viktor Orban.

ໃນໄລຍະຢູ່ຢ້ຽມຢາມສະຫະພັນລັດເຊຍ (ແຕ່ວັນທີ 5-8 ກັນຍາ), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈລະຈາ ກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ພົບປະກັບທ່ານນາຍົກລັດຖະມົນຕີ Dmitry medvedev, ທ່ານປະທານສະພາຕ່ຳ ສະຫະພັນລັດເຊຍ  Vyacheslav Volodin, ທ່ານຮອງປະທານສະພາສູງ Andrey Turchak  ຜ່ານການ ພົບປະເຈລະຈາ, ທັງສອງຝ່າຍເຫັນດີຕໍ່ຄວາມມານະພະຍາຍາມສູງສຸດເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍກໍ່ເປັນເອກະພາບສົມທົບກັນ ຈັດຕັ້ງປີ ລັດເຊຍ ຢູ່ຫວຽດນາມ ແລະ ປີ ຫວຽດນາມ ຢູ່ ລັດເຊຍໃຫ້ປະສົບຜົນສຳເລັດ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນເຊັນສົນທິສັນຍາ ວ່າດ້ວຍບັນດາຫຼັກການພື້ນຖານຂອງ ການພົວພັນມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ໃນປີ 2019 ແລະ ສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ໃນປີ 2020.

ໃນໂອກາດຢ້ຽມຢາມຄັ້ງນີ້, ຫວຽດນາມ ແລະ ສະຫະພັນລັດເຊຍ ໄດ້ອອກຖະແຫຼງການຮ່ວມ ແລະ ໄດ້ລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບໃນຂົງເຂດຕ່າງໆ.


ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban

ຍິນດີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ມາຢ້ຽມຢາມ ຮຸງກາຣີ

ໃນໄລຍະຢູ່ຢ້ຽມຢາມ ຮຸງກາຣີ (ແຕ່ວັນທີ 8-11 ກັນຍາ), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ໄດ້ມີການເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban; ພົບປະກັບ ທ່ານ ປະທານາທິບໍດີ Janos Ader. ຜ່ານການພົບປະເຈລະຈາ, ສອງຝ່າຍໄດຕັດສິນໃຈຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ,... ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການປຶກສາຫາລື ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຮ່ວມມືກັນຢ່າງມີປະສິດທິຜົນ ໃນບັນດາອົງການຈັດຕັ້ງ ແລະ ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ສະຫະປະຊາຊາດ, ເວທີປາໄສການຮ່ວມມື ອາຊີ-ເອີຣົບ (ASEM) ແລະ ການຮ່ວມມື ແມ່ຂອງ - Danube.

(ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top