• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະຜູ້ມີສິດເລືອກຕັ້ງຢູ່ ຮ່າໂນ້ຍ

ໃນສະພາບການໂລກມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ຫວຽດນາມ ຍັງບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ໄດ້ຮັບການຮັບຮູ້ຈາກເພື່ອນມິດສາກົນ.

ໃນສະພາບການໂລກມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ຫວຽດນາມ ຍັງບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ໄດ້ຮັບການຮັບຮູ້ຈາກເພື່ອນມິດສາກົນ.

  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງ  

ໂດຍປະຕິບັດຕາມລາຍການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 19 ພະຈິກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດຫົວໜ່ວຍເລືອກຕັ້ງເລກ 1 ນະຄອນ ຮ່າໂນ້ຍ, ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ດົງດາ, ບາດິ່ງ ແລະ ຮາຍບ່າຈຶງ.

ຢູ່ທີ່ນີ້, ເມື່ອແຈ້ງຂໍ້ມູນຕໍ່ຜູ້ມີສິດເລືອກຕັ້ງກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ໃນສະພາບການໂລກມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ຫວຽດນາມ ຍັງບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ໄດ້ຮັບການຮັບຮູ້ຈາກເພື່ອນມິດສາກົນ. ນັ້ນແມ່ນໝາກຜົນຂອງຄວາມສາມັກຄີ, ເຫັນດີເຫັນພ້ອມ, ຮ່ວມແຮງຮ່ວມໃຈ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງທຸກຂະແໜງການ, ທຸກຂັ້ນ, ຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ກ່ຽວກັບການຢ້ຽມຢາມ ຈີນ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ການໄປປະຕິບັດງານມີຄວາມໝາຍ ແລະ ຄວາມສຳຄັນພິເສດ, ມີຜົນກະທົບຢ່າງເລິກເຊິ່ງ, ໃຫຍ່ຫຼວງ, ຮອບດ້ານເຖິງສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມື, ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ກ້າວເຂົ້າສູ່ໄລຍະໃໝ່, ສືບຕໍ່ພັດທະນາຢ່າງປອດໃສ, ສະຖຽນລະພາບ ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top