• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ກູບາ

ຕອນບ່າຍວັນທີ 10 ຕຸລາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Olga Lidia Tapia Iglesia ເລຂາສູນກາງພັກ, ຫົວໜ້າຄະນະວິທະຍາສາດ, ສຶກສາ ແລະ ກິລາສູນກາງພັກກອມມູນິດ ກູບາ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນຫຼັກໝັນສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ປະຊາຊົນ ຫວຽດນາມ ທີ່ສະໜັບສະໜູນພາລະກິດການປະຕິວັດອັນຊອບທຳຂອງປະຊາຊົນ ກູບາ ອ້າຍນ້ອງ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ ກູບາ ກ່ຽວກັບບັນດາບົດຮຽນຂອງພາລະກິດປ່ຽນແປງໃໝ່, ບໍ່ພຽງແຕ່ບັນດາຜົນງານທີ່ບັນລຸໄດ້ເທົ່ານັ້ນ ຫາກຍັງທັງບັນດາສິ່ງຈຳກັດ, ອ່ອນດ້ອຍຄວນໄດ້ຮັບການແກ້ໄຂອີກດ້ວຍ ເພື່ອໃຫ້ ກູບາ ຄົ້ນຄວ້າ, ທາບທາມໃນວິວັດການອັບເດັດຮູບແບບເສດຖະກິດ - ສັງຄົມ.

       ສ່ວນທ່ານນາງ Olga Lidia Tapia Iglesia ເລຂາສູນກາງພັກ, ຫົວໜ້າຄະນະວິທະຍາສາດ, ສຶກສາ ແລະ ກິລາສູນກາງພັກກອມມູນິດ ກູບາ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນ ກູບາ ຖຶກເປັນສຳຄັນການພົວພັນແບບພິເສດກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ; ມີຄວາມປາດຖະໜາ ແລະ ຕັດສິນໃຈປະຕິບັດການເພີ່ມທະວີ, ຊຸກຍູ້ ແລະ ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອອັນດີງາມ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເລິກເຊິ່ງ ແລະ ພັດທະນາດີກ່ວາອີກ.

(ແຫຼ່ງຄັດຈາກ VOV)


ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top