ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຮອດ ນິວຢອກ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81
ຕອນຄ່ຳວັນທີ 20 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ J.F. Kennedy, ນະຄອນ ນິວຢອກ, ອາເມລິກາ, ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 81, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.
ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຢັ້ງຢືນການຖືເປັນສຳຄັນຂອງພັກ ແລະ ລັດ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງຂອງ ສະຫະປະຊາຊາດ. ນີ້ກໍ່ແມ່ນການສະແດງໃຫ້ເຫັນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ, ເອກະລາດ, ເປັນເຈົ້າເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດຂອງ ຫວຽດນາມ ເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ.
ໃນຂະນະນັ້ນ, ການໄປປະຕິບັດງານ ແລະ ເຄື່ອນໄຫວວຽກງານສອງຝ່າຍຢູ່ ອາເມລິກາ ຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການພົບປະຂັ້ນສູງ, ແລກປ່ຽນກ່ຽວກັບບັນຫາທີ່ມີຄວາມໝາຍຍຸດທະສາດ, ຍາວນານສຳລັບການພົວພັນຂອງສອງປະເທດ.






