ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຮອດ ນິວຢອກ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຢັ້ງຢືນການຖືເປັນສຳຄັນຂອງພັກ ແລະ ລັດ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເດີນທາງໄປຮອດສະໜາມບິນສາກົນ J.F. Kennedy, ນະຄອນ ນິວຢອກ, ອາເມລິກາ (ພາບ: VNA)  

ຕອນຄ່ຳວັນທີ 20 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ J.F. Kennedy, ນະຄອນ ນິວຢອກ, ອາເມລິກາ, ເຂົ້າຮ່ວມວາ​ລະ​ປຶ​ກ​ສາ​ຫາ​ລື​ລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 81, ສົມ​ທົບ​ກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າ​ຮ່ວມ​ສັບ​ປະ​ດາຂັ້ນສູງ​ກອງ​ປະ​ຊຸມສະມັດຊາໃຫຍ່ສະຫະປະຊາຊາດ ​ໄດ້ຢັ້ງຢືນການ​ຖື​ເປັນ​ສຳ​ຄັນ​ຂອງພັກ ແລະ ລັດ ຫວຽດນາມ ຕໍ່​ລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງຂອງ ສະຫະປະຊາຊາດ. ນີ້ກ​ໍ່​ແມ່ນ​ການ​ສະ​ແດງໃຫ້ເຫັນ​ແນວ​ທາງການຕ່າງປະເທດ​ທີ່ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເອກະລາດ, ເປັນ​ເຈົ້າເອງ, ​ເຂັ້ມ​ແຂງ​ດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ​ຫັນການພົວພັນຕ່າງປະເທດ​ຂອງ ຫວຽດ​ນາມ ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ ແລະ ຫຼາຍ​ຝ່າຍ.

ໃນ​ຂະ​ນະ​ນັ້​ນ, ການໄປ​ປະ​ຕິ​ບັດ​ງານ ແລະ ເຄື່ອນ​ໄຫວວຽກງານ​ສອງ​ຝ່າຍຢູ່ ອາເມລິກາ ຂອງເລຂາທິການໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ພົບ​ປະ​ຂັ້ນ​ສູງ, ແລກປ່ຽນກ່ຽວກັບບັນຫາທີ່ມີຄວາມໝາຍ​ຍຸດ​ທະ​ສາດ, ຍາວນານ​ສຳ​ລັບການພົວພັນ​ຂອງສອງ​ປະ​ເທດ.


top