• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ​ລັດ​ເຊຍ​ເອ​ກະ​ພາບ ນຳ​ໜ້າຊົ່ວຄາວ​ກ່ຽວ​ກັບ​ໝາ​ກ​ຜົນ​ເບື້ອງ​ຕົ້ນຂອງການເລືອກຕັ້ງ​ສະ​ພາ​ Duma ລັດ​ເຊຍ

ດ້ວຍ​ໝາກ​ຜົນການ​ນັບ​ບັດ​ໃນ​ປັດ​ຈຸ​ບັນ, 5 ພັກ​ພວມ​ລື່ນ​ກາຍລະດັບ 5% ເພື່ອ​ເຂົ້າ​ຮ່ວມ​ການ​ຈັດ​ແບ່ງ 225 ບ່ອນ​ນັ່ງ​ຢູ່ Duma ໂດຍ​ໄດ້​ເລືອກ​ຕັ້ງ​ຕາມ​ບັນ​ຊີ​ລາຍ​ຊື່​
  ໝາກ​ຜົນ​ຂອງ​ການ​ເລືອກ​ຕັ້ງ Duma ແຫ່ງ​ຊາດ​ລັດ​ເຊ​ຍ​ສືບ​ຕໍ່​ໄດ້​ຮັບ​ການ​ອັບ​ເດດ (ພາບ: ຊິນຮົວ\/NA)  
ຕາມ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ​ລັດ​ເຊຍ (CEC), ພັກ​ລັດ​ເຊຍເອກະ​ພາບ ພວມ​ນຳໜ້າ​ໃນ​ໝາກ​ຜົນ​ເບື້ອງ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງ Duma ແຫ່ງ​ຊາດ ລັດ​ເຊຍ (ສະ​ພາ​ຕ່ຳ) ຊຸດ​ທີ IX, ດ້ວຍ​ເກືອບ 75% ຈຳ​ນວນ​ບັດ​ຕາມ​ບັນ​ຊີ​ລາຍ​ຊື່​ພັກ. ດ້ວຍ​ໝາກ​ຜົນການ​ນັບ​ບັດ​ໃນ​ປັດ​ຈຸ​ບັນ, 5 ພັກ​ພວມ​ລື່ນ​ກາຍລະດັບ 5% ເພື່ອ​ເຂົ້າ​ຮ່ວມ​ການ​ຈັດ​ແບ່ງ 225 ບ່ອນ​ນັ່ງ​ຢູ່ Duma ໂດຍ​ໄດ້​ເລືອກ​ຕັ້ງ​ຕາມ​ບັນ​ຊີ​ລາຍ​ຊື່​ ລວມ​ມີ: ພັກ​ລັດ​ເຊຍ​ເອ​ກະ​ພາບ ໄດ້ບັດ 56,97%, ຢືນ​ອັນ​ດັບ​ທີ 2 ແມ່ນ​ພັກ​ກອມ​ມູ​ນິດ ສະ​ຫະ​ພັນ ລັດ​ເຊຍ (KPRF) ດ້ວຍ 13,95%, ຖັດ​ຈາກ​ນັ້ນ​ແມ່ນ​ພັກ​ປະ​ຊາ​ທິ​ປະ​ໄຕ ເສ​ລີ ລັດເຊຍ (LDPR) ດ້ວຍ 9,26%, ພັກບັນ​ດາ​ຜູ້​ຄົນ​ໃໝ່ 8,06% ແລະ ພັກ​ລັດ​ເຊຍ​​ຍຸ​ຕິ​ທຳ 5,22%.CEC ກໍ່​ໃຫ້​ຮູ້​ວ່າ ໄລ່​ຮອດ​​ເວ​ລາ 21 ໂມງ (ວັນ​ທີ 20 ກັນ​ຍາ, ຕາມ​ເວ​ລາ​ທ້ອງ​ຖິ່ນ) ອັດ​ຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ບັນ​ລຸ 56,66%. ນີ້​ແມ່ນ​ລະ​ດັບ​ສູງກວ່າ​ອັດ​ຕາ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ໄປປ່ອນບັດ​ໃນ​ເລືອກ​ຕັ້ງ Duma 4 ຄັ້ງ​ກ່ອນ ເມື່ອ​ປີ 1993, 2003, 2016 ແລະ 2021.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top