• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມໂຕະມົນວິສາຫະກິດ ນິວຊີແລນ - ຫວຽດນາມ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ນິວຊີແລນ (ແຕ່ວັນທີ 12 – 14 ສິງຫາ), ຕອນເຊົ້າວັນທີ 13 ສິງຫາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນວິສາຫະກິດ ນິວຊີແລນ - ຫວຽດນາມ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມ (ພາບ: VNA)  

ທີ່ກອງ​ປະ​ຊຸມ, ​ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບບັນ​ດາ​ບັນ​ຫາ, ຄື: ເຕັກ​ໂນ​ໂລ​ຊີ, ການ​ບິນ, ເຊື່ອມ​ຕໍ່​ຕະ​ຫຼາດ ແລະ ນະ​ວັດ​ຕະ​ກຳ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື... ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ໃຫ້ 2 ປະ​ເທດ​ພ້ອມ​ກັນ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່.

ກ່ຽວ​ກັບ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ, ທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ວ່າ:

“ຫວຽດ​ນາມ ພວມ​ມີ​ການ​ປ່ຽນ​ແປງ​ຮູບ​ແບບ​ກາ​ນ​ເຕ​ີບ​ໂຕ​ຢ່າງ​ແຮງ, ຖື​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງເປັນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ ນິວ​ຊີ​ແລນ ຈະ​ໃຫ້​ຄວາມ​ສົນໃຈ​​ເຖິງ ຫວຽດ​ນາມ ບໍ່​ພ​ຽງ​ແຕ່​ຄື​ດັ່ງ​ຕະ​ຫຼາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄູ່​ຮ່ວມ​ມື​ຄົ້ນ​ຄວ້າ, ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ, ການຜະ​ລິດ ແລະ ນະ​ວັດ​ຕະ​ກຳ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ອີກ​ດ້ວຍ”.

ແລະ​ກໍ​ໃນ​ຂອບເຂດ​ການ​ຢ້ຽມ​ຢາມ​​ເຮັດ​ວຽກ​ຂອງ​ຄະ​ນະ​ຜູ້​ແທນ​ທາງ​ລັດ​ຖະ​ກິດຢູ່ ນິວ​ຊີ​ແລນ ​ຂອງ​​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ ເລ​ແມ້ງ​ຮຸ່ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໄດ້​ເຮັດ​ວຽກ 2 ຝ່າຍ​ກັບ​ທ່ານ Todd McClay, ລັດ​ຖະ​ມົນ​ຕີ​ຜູ້​ຮັບ​ຜິດ​ຊອບ​ອຸດ​ສາ​ຫະ​ກຳການ​ຄ້າ ແລະ ການ​ລົງ​ທຶນ ນິວ​ຊີ​ແລນ.

ທີ່​ການ​ເຮັດ​ວຽກ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ແມ້ງ​ຮຸ່ງ ສະ​ເໜີ​ໃຫ້ຝ່າຍ ນິວ​ຊີ​ແລນ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ປີ​ປະ​ທານ​ສັນ​ຍາ​ຄູ​່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP) ໃຫ້​ບັນ​ລ​ຸ​ຜົນ​ສຳ​ເລັດ, ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ບັນ​ດາ​ສະ​ມາ​ຊິກ; ພ້ອມ​ກັນ​ນັ້ນ​ກ​ໍ່​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ແບ່ງ​ປັນ​ບົດ​ຮຽນ ແລະ ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ຈາກ ນິວ​ຊີ​ແລນ ໃນ​ວິ​ວັດ​ການ​ກະ​ກຽມ​ໃຫ້​ແກ່​ປີ APEC 2027.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ

ສອງ​ຝ່າຍ​ຢືນ​ຢັນ​ຄືນ​ໃໝ່ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ກໍ່​ຄື​ບົດ​ບາດ​ສຳ​ຄັນ​ຂອງ ອາ​ຊຽນ ແລະ ບັນ​ດາ​ກົນ​ໄກ​ໂດຍ ອາ​ຊຽນ ນຳ​ພາ

Top