ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ນິວຊີແລນ (ແຕ່ວັນທີ 12 – 14 ສິງຫາ), ຕອນເຊົ້າວັນທີ 13 ສິງຫາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນວິສາຫະກິດ ນິວຊີແລນ - ຫວຽດນາມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ທີ່ກອງປະຊຸມ, ວິສາຫະກິດຂອງ 2 ປະເທດ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາ, ຄື: ເຕັກໂນໂລຊີ, ການບິນ, ເຊື່ອມຕໍ່ຕະຫຼາດ ແລະ ນະວັດຕະກຳ, ຄວາມສາມາດບົ່ມຊ້ອນການຮ່ວມມື... ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ 2 ປະເທດພ້ອມກັນພັດທະນາໃນໄລຍະໃໝ່.
ກ່ຽວກັບເປົ້າໝາຍພັດທະນາເສດຖະກິດລະຫວ່າງ 2 ປະເທດ, ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ:
“ຫວຽດນາມ ພວມມີການປ່ຽນແປງຮູບແບບການເຕີບໂຕຢ່າງແຮງ, ຖືວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງເປັນກຳລັງໜູນຂອງການພັດທະນາ. ພວກຂ້າພະເຈົ້າປາດຖະໜາວ່າ ບັນດາວິສາຫະກິດ ນິວຊີແລນ ຈະໃຫ້ຄວາມສົນໃຈເຖິງ ຫວຽດນາມ ບໍ່ພຽງແຕ່ຄືດັ່ງຕະຫຼາດເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືຄົ້ນຄວ້າ, ພັດທະນາຜະລິດຕະພັນ, ການຜະລິດ ແລະ ນະວັດຕະກຳຢູ່ ອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ”.
ແລະກໍໃນຂອບເຂດການຢ້ຽມຢາມເຮັດວຽກຂອງຄະນະຜູ້ແທນທາງລັດຖະກິດຢູ່ ນິວຊີແລນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຕອນເຊົ້າວັນດຽວກັນ, ທ່ານ ເລແມ້ງຮຸ່ງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ເຮັດວຽກ 2 ຝ່າຍກັບທ່ານ Todd McClay, ລັດຖະມົນຕີຜູ້ຮັບຜິດຊອບອຸດສາຫະກຳການຄ້າ ແລະ ການລົງທຶນ ນິວຊີແລນ.
ທີ່ການເຮັດວຽກ, ທ່ານລັດຖະມົນຕີ ເລແມ້ງຮຸ່ງ ສະເໜີໃຫ້ຝ່າຍ ນິວຊີແລນ ສະໜັບສະໜູນ ຫວຽດນາມ ປະຕິບັດສຳເລັດປີປະທານສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃຫ້ບັນລຸຜົນສຳເລັດ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາສະມາຊິກ; ພ້ອມກັນນັ້ນກໍ່ປາດຖະໜາຢາກສືບຕໍ່ໄດ້ຮັບການແບ່ງປັນບົດຮຽນ ແລະ ໜູນຊ່ວຍດ້ານເຕັກນິກຈາກ ນິວຊີແລນ ໃນວິວັດການກະກຽມໃຫ້ແກ່ປີ APEC 2027.