• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍໝາກຜົນບັນດາການຢ້ຽມຢາມ, ຂໍ້ຕົກລົງຂັ້ນສູງ ແລະ ໂຄງການກະທຳຜັນຂະຫຍາຍການພົວພັນຄູ່່ຮ່ວມມືຍຸດທະສາດໄລຍະ 2024 – 2028 ຢ່າງມີປະສິດທິຜົນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: PTI)

ວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະ ວາລະປຶກສາຫາລືຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທີ່ ນິວຢອກ, ອາເມລິກາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍໝາກຜົນບັນດາການຢ້ຽມຢາມ, ຂໍ້ຕົກລົງຂັ້ນສູງ ແລະ ໂຄງການກະທຳຜັນຂະຫຍາຍການພົວພັນຄູ່່ຮ່ວມມືຍຸດທະສາດໄລຍະ 2024 – 2028 ຢ່າງມີປະສິດທິຜົນ; ທ່ານເຊື່ອໝັ້ນວ່າ 2 ປະເທດຈະບັນລຸເລື່ອງນຳວົງເງິນການຄ້າ 2 ຝ່າຍຂຶ້ນເປັນ 20 ຕື້ USD/ປີ ແລະ ເພີ່ມຂຶ້ນກວ່າ 30 ຕື້ USD ໃນປີ 2030.

ກ່ຽວກັບການຮ່ວມມືຢູ່ພາກພື້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ອິນເດຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນຫຼັກການ, ບົດບາດໃຈກາງຂອງ ອາຊຽນ, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ພ້ອມກັນຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມ.

ສ່ວນທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໃຫ້ຮູ້ວ່າ, ອິນເດຍ ຈະຊຸກຍູ້ການພົວພັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກັບ ອາຊຽນ ແລະ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຫຼື ແມ່ນທ່າແຮງຂອງ 2 ຝ່າຍ, ຄື: ການເຊື່ອມຕໍ່ດີຈີຕອນ, ເສດຖະກິດດີຈີຕອນ, ພື້ນຖານໂຄງລ່າງແບບຍືນຍົງ, ພະລັງງານທົດແທນ ແລະ ຄວາມໝັ້ນຄົງທາງທະເລ.

ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບບັນດາສະມາຊິກເຄືອຂ່າຍນະວັດຕະກຳ ຫວຽດນາມ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ອາເມລິກາ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ, ເຄືອຂ່າຍນະວັດຕະກຳ ຫວຽດນາມ ຕ້ອງແບ່ງປັນພູມປັນຍາ ແລະ ນຳໃຊ້ບັນດາຄວາມກ້າວໜ້າດ້ານເຕັກໂນໂລຊີເຂົ້າໃນວິວັດການພັດທະນາຂອງປະເທດຊາດ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ດ້ານພູມປັນຍາ, ເຕັກໂນໂລຊີ ນຳບັນດາສິ່ງຍອດຍິ່ງ, ຄວາມກ້າວໜ້າຂອງໂລກມາຫາ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top