• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມກົມການເມືອງ

      ວັນທີ 26 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງໄດ້ເປັນປະທານກອງປະຊຸມກົມການເມືອງເພື່ອປະກອບຄຳຄິດເຫັນໃສ່ແຜນການເຮັດວຽກຂອງກົມການເມືອງ, ຄະນະເລຂາທິການ ປີ 2020, ພິຈາລະນາ, ຕົກລົງກ່ຽວກັບວຽກງານພະນັກງານ ແລະ ບາງບັນຫາສຳຄັນອື່ນ. 

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມກົມການເມືອງ (ພາບ: TTXVN)
      ສ່ວນການຄາດຄະເນແຜນການເຮັດວຽກຂອງປີ 2020, ກົມການເມືອງໄດ້ເຫັນດີກັບຂໍ້ສະເໜີຂອງຫ້ອງວ່າການສູນກາງພັກ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ປີ 2020 ເຊິ່ງແມ່ນປີກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ປີນີ້ມີຫຼາຍເຫດການການເມືອງສຳຄັນ, ການເລືອກເຟັ້ນເນື້ອໃນແຜນການເຮັດວຽກຂອງປີ 2020 ຄວນສຸມໃສ່ບັນດາເນື້ອໃນທີ່ມີຢູ່ໃນແຜນການທົ່ວສົກປີ ແລ້ວ. ຫ້ອງວ່າການສູນກາງພັກຄວນສົມທົບກັບບັນດາອົງການທີ່ສ່ວນກ່ຽວຂ້ອງຢ່າງແໜ້ນແຟ້ນ ກ່ວາອີກເພື່ອສືບຕໍ່ກວດກາຄືນ, ສະເໜີການເລືອກເຟັ້ນບັນດາເນື້ອໃນທີ່ຕ້ອງການຍື່ນສະເໜີຕໍ່ກົມການເມືອງ, ຄະນະເລຂາທິການປຶກສາຫາລື ໃຫ້ຖືກຕ້ອງ ແລະ ມີຈຸດສຸມ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top