• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ

ທ່​ານ​ເລ​ຂາ​ທິ​ການ​ໃຫຍ່ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມີນ 
ພາບ:TTXVN
          ຕອນ​ເຊົ້າ​ວັນ​ທີ 26/1 (ໝາຍ​ເຖິງ​ວັນ​ທີ 29 ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ທ່​ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫງວຽນ​ຟູ​ຈ້ອງ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມີນ ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ທຳ​ນຽບ​ປະ​ທານ​ປະ​ເທດ. ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ໄດ້​ຖະ​ຫວາຍ​ທູບ​ທຽນ ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຄວາມ​ຮູ້​ບຸ​ນ​ຄຸນ​ອັນ​ລົ້ນ​ເຫລືອຕໍ່​ທ່ານ​ປະ​ທານ​ໂຮ່​ຈິ​ມີນ, ຜູ້​ນຳ​ປີ​ຊາ​ສາ​ມາດ, ນັກ​ວັດ​ທະ​ນະ​ທຳ​ໃຫຍ່​ຂອງ​ໂລກ, ຜູ້​ນຳ​ທີ່​ເຄົາ​ລົບ​ຮັກ​ຂອງ​ຊາດ​ຫວຽດ​ນາມ, ຜູ້​ໄດ້​ອຸ​ທິດ​ສ່ວນ​ຕະ​ຫລອດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ຊາດ, ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊົມ​ເຊີຍ​ພະ​ນັກ​ງານ, ລັດ​ຖະ​ກອນ ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ໄດ້​ສຳ​ເລັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ​ເປັນ​ຢ່າງ​ດີ, ປະ​ຕິ​ບັດ​ວຽກ​ງານ​ຮັບ​ໃຊ້, ແນະ​ນຳ, ເຜີຍ​ແຜ່​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ເຖິງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ. 
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top