• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຜູ້ມີອຳນາມເຕັມແຫ່ງອົດສະຕາລີ

ວັນທີ 24 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງອົດສະຕາລີ. 


ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຜູ້ມີອຳນາມເຕັມແຫ່ງອົດສະຕາລີ Peter Cosgrove

ພາບ:vietnam+

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຊົມເຊີຍການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Peter Cosgrove ກົງກັບຈຸດເວລາສອງປະເທດສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ແລະ ມີຄວາມເຊື່ອໝັ້ນວ່າໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນມີນາຜ່ານມາ ຈະນຳການຮ່ວມມືສອງຝ່າຍໃນທຸກຂົງເຂດພັດທະນາຢ່າງເລິກເຊິ່ງ. ຫວຽດນາມ ຍາມໃດກໍ່ສະຫນັບສະຫນູນບົດບາດຂອງອົດສະຕາລີຢູ່ພາກພື້ນ ອາຊີ ປາຊີຟິກ, ປາດຖະຫນາຢາກສອງປະເທດສືບຕໍ່ສົມທົບກັນຢ່າງມີປະສິດທິຜົນໃນບັນດາບັນຫາພາກພື້ນ ແລະສາກົນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຕີລາຄາສູງການພົວພັນເຊື່ອມຕໍ່ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດນັບມື້ນັບພັດທະນາ ພ້ອມທັງໃຫ້ຮູ້ວ່າ: ລັດຖະບານ ແລະ ປະຊາຊົນຫວຽດນາມ ສະແດງຄວາມຂອບອົກຂອບໃຈຕໍ່ການຫນູນຊ່ວຍຕັ້ງຫນ້າ ແລະ ມີປະສິດທິຜົນຂອງລັດຖະບານ ອົດສະຕາລີ ສະຫງວນໃຫ້ຫວຽດນາມໃນໄລຍະຜ່ານມາ.

(ແຫຼ່ງຄັດຈາກ VOV)


ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top