• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກກັບກົມໃຫຍ່2,ກະຊວງປ້ອງກັນປະເທດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ, ເລ​ຂາ​ຄະ​ນະ​ພັກ​ການທະ​ຫານສູນ​ກາງ 
​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ກົມ​ໃຫຍ່ 2
(ພາບ: TTXVN)
    
       ​ຕອນ​ເຊົ້າ​ວັນ​ທີ 19/12, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກ​ອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ, ເລ​ຂາ​ຄະ​ນະ​ພັກ​ການທະ​ຫານສູນ​ກາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ກົມ​ໃຫຍ່ 2, ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ​ ໃຫ້​ຮູ້​ວ່າ, ໃນ​ຊຸມ​ປ​ີ​ມໍ່ໆ​ມານີ້, ສືບ​ລາ​ຊະ​ການ​ລັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ, ຊາບ​ຊຶມ ແລະ ປະ​ຕິ​ບັດ​ບັນ​ດາ​ມະ​ຕິ, ຄຳ​ສັ່ງ ແລະ ການ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຢ່າງ​ເຂັ້ມ​ງວດ, ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍ​ຸ້ງ​ຍາກ, ມາ​ນະ​ພະ​ຍາ​ຍາມ​ສູ້​​ຊົນ, ຂຸດຄົ້​ນ​ວິ​ທີ​ການ​ເຄື່ອນ​ໄຫວ​ສືບ​ລາ​ຊະ​ການ​ລັບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ວຽກ​ງານ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວຽກ​ງານ​ປ່ຽນ​ໃໝ່, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ​້ອງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ກົມ​ໃຫຍ່​ສື​ບ​ລາ​ຊະ​ການ​ລັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໜັກ​ໜ່ວງ​ແມ່ນ​ອົງ​ການ​ສື​ບ​ລາ​ຊະ​ການ​ລັບ​ຍຸດ​ທະ​ສາດ​ຂອງ​ພັກ, ລັດ ແລະ ອົງ​ການ​ສືບ​ລາ​ຊະ​ການ​ລັບ​ສະ​ເພາະ​ຂະ​ແໜງ​ການ​ທະ​ຫານ​ຂອງຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດໃຫ້​ສຳ​ເລັດ​ຜົນ...
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top