• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ເຂົ້າຮ່ວມລາຍການຕ້ອນຮັບ ບຸນເຕັດປີ 2019

ຕອນບ່າຍວັນທີ 12 ມັງກອນ, ຢູ່ນະຄອນແທງຮ້ວາ, ສະຫະພັນແຮງງານແຂວງແທງຮ້ວາໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດປີ 2019 ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ.

ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ເຂົ້າຮ່ວມລາຍການຕ້ອນຮັບ ບຸນເຕັດປີ 2019 

ໃນລາຍການ, ສະຫະພັນແຮງງານແຂວງໄດ້ມອບຂອງຂວັນ ບຸນເຕັດ 400 ພູດ ໃຫ້ແກ່ສະມາຊິກກຳມະບານ ຜູ້ອອກແຮງງານທີ່ມີ ສະພາບຄອບຄົວຫຍຸ້ງຍາກ ແລະ ຫັກເງິນ ຈຳນວນ 1,5 ຕື້ດົ່ງເພື່ອໜູນຊ່ວຍສະມາຊິກກຳມະບານ 42 ຄົນເພື່ອກໍ່ສ້າງແລະສ້ອມແປ່ງເຮືອນຢູ່

              ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດວຽດນາມ ອວງຈູລິວໄດ້ຕີລາຄາສູງຄວາມມານະພະຍາຍາມຂອງກຳມະກອນ, ຜູ້ອອກແຮງງານ, ບັນດາວິສາຫະກິດ ແລະຂະແໜງການຕ່າງໆທີມີໜ້າທີ່ຮັບຜິດຊອບໃນແຂວງ ໄດ້ບັນລຸບັນດາຜົນງານທີ່ດີເດັ່ນ. ເສີມຂະຫຍາຍນ້ຳໃຈດັ່ງກ່າວ, ກຳມະກອນ ຜູ້ອອກແຮງງານ, ວິສາຫະກິດ ແລະ ບັນດາຂະແໜງການທີມີ ໜ້າທີ່ຮັບຜິດຊອບ ໃນແຂວງຄວນພະຍາຍາມຫຼາຍກວ່າອີກໃນປີ 2019, ຜ່ານນັ້ນ, ກໍເພື່ອຍົກສູງຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານ,   ພ້ອມທັງສ້າງ ວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານໃນບໍລິເວນແຂວງແທງຮ້ວາ.

 (ແຫຼ່ງຄັດຈາກ VOV)

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top