• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງປະທານສະພາແຫ່ງຊາດໂດບາຕິ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ

      ຕອນບ່າຍວັນທີ 21 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດບາຕິ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ຈີນ, ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຈີນ ປະຈຳຫວຽດນາມ ໂຄງແຊ໋ວຢູງ.

ທ່ານຮອງປະທານສະພາແຫ່ງຊາດໂດບາຕິ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ
(ພາບ: quochoitv.vn)
      ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໂດບາຕິ ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກຄອມມູນິດຈີນ ແລະ ບົດບາດ ຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ສີຈິນຜິງ, ຈີນຈະບັນລຸໄດ້ໝາກຜົນຫຼາຍຢ່າງໃນໄລຍະຈະມາເຖິງ. ທ່ານຮອງປະທານສະພາແຫ່ງຊາດ ໂດບາຕິ ປາຖະໜາວ່າ, ທ່ານເອກອັກຄະລັດຖະທູດ ຈີນ ໂຄງແຊ໋ວຢູງ ຈະປະກອບສ່ວນເຫື່ອແຮງເພີ່ມທະວີການພົວພັນລະຫວ່າງ ສະພາແຫ່ງຊາດສອງປະເທດ ເວົ້າສະເພາະ ແລະ ການພົວພັນສອງປະເທດ ເວົ້າລວມ ໃຫ້ຍິ່ງກວ່າອີກ.
        ສ່ວນ ທ່ານເອກອັກຄະລັດຖະທູດ ຈີນ ປະຈຳຫວຽດນາມ ໂຄງແຊ໋ວຢູງ ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນເຫື່ອແຮງຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດແບບຮອບດ້ານ ຫວຽດນາມ - ຈີນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top