• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຕ້ອນຮັບຜູ້ຕາງໜ້າຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ

ຕອນບ່າຍວັນທີ 06 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ ພາບ: VGP
ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມໜູນຊ່ວຍຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ຜູ້ຕາງໜ້າແມ່ຫວຽດນາມວິລະຊົນ, ຄະນະຜູ້ແທນບັນດາຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ນັກຮົບເກົ່າທີ່ດີເດັ່ນທົ່ວປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2018). ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຍາມໃດກໍ່ຈົດຈຳ, ຮູ້ບຸນຄຸນຢ່າງໃຫຍ່ຫລວງ. ຊົມເຊີຍບັນດາໝາກຜົນແຫ່ງການເຄື່ອນໄຫວຂອງສະມາຄົມໜູນຊ່ວຍຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ໃນກ່ວາ 7 ປີຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ປາດຖະໜາວ່າ ສະມາຄົມສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃຫ້ອຸດົມສົມບູນ, ມີປະສິດທິຜົນ ແລະແທດຈິງກ່ວາ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສະ​ຫະ​ພັນ​ລັດ​ເຊຍ​, ຕອນ​ບ່າຍ​ວັນ​ທີ 8 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖິ່ນ​), ຢູ່​ນະ​ຄອນ​ຫຼວງ ມົດ​ສະ​ກູ​, ທ່ານ ໂຕ​ເລີມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ ທ່ານ​ Mikhail Mishustin ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ.

Top