• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມເວທີປາໄສປະຕູສູ່ທົ່ວໂລກ, ຢູ່ ບຣຸກແຊນ, ປະເທດ ແບນຊິກ

ໃນຂອບເຂດຂອງເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະມີບົດກ່າວປາໄສສຳຄັນກ່ຽວກັບການຫັນເປັນສີຂຽວ, ການຫັນປ່ຽນພະລັງງານ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ສະຫະປະຊາຊາດ (ອີຢູ) ຫງວຽນວັນຖາວ (ພາບ: baoquocte.vn)

ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານຄະນະກຳມະການ ເອີລົບ (ອີຊີ) Ursula von der Leyen, ວັນທີ 25 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສປະຕູສູ່ທົ່ວໂລກ (Global Gateway), ຢູ່ ບຣຸກແຊນ, ປະເທດ ແບນຊິກ. ເຫດການຈະຈັດຂຶ້ນແຕ່ວັນທີ 25-26 ຕຸລາ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ສະຫະປະຊາຊາດ (ອີຢູ) ຫງວຽນວັນຖາວ ໃຫ້ຮູ້ວ່າ, ໃນຂອບເຂດຂອງເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະມີບົດກ່າວປາໄສສຳຄັນກ່ຽວກັບການຫັນເປັນສີຂຽວ, ການຫັນປ່ຽນພະລັງງານ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ໃນຂອບເຂດເວທີປາໄສນີ້ຈະດຳເນີນການລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງທະນາຄານລົງທຶນ ເອີລົບ (EIB) ແລະ ກະຊວງການເງິນ ຫວຽດນາມ. ນີ້ແມ່ນບາດກ້າວທີ່ລະອຽດຂອງ ຫວຽດນາມ ໃນການປະຕິບັດຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ.

ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ໃຫ້ຮູ້ວ່າ, ເລື່ອງການນຳ ແລະ ບັນດາເຈົ້າໜ້າທີ່ຂອງ ອີຢູ ຈະພົບປະກັບທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ຫວຽດນາມ ແມ່ນສິ່ງພິສູດໃຫ້ເຫັນເລື່ອງ ອີຢູ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ. ທ່ານເຊື່ອໝັ້ນວ່າ, ການຮ່ວມມືລະຫວ່າງ ອີຢູ ເວົ້າລວມກັບ  ຫວຽດນາມ ຈະບັນລຸການເຕີບໂຕກະໂດດຂັ້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື​່ອງ ທະ​ຫວາຍ​ທູບ​ທຽນ​ຢູ່​ເຂດ​ພະ​ລາ​ຊະ​ວັງ​ທັງ​ລອງ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື​່ອງ ທະ​ຫວາຍ​ທູບ​ທຽນ​ຢູ່​ເຂດ​ພະ​ລາ​ຊະ​ວັງ​ທັງ​ລອງ

ພິທີດັ່ງກ່າວມີຫຼາຍການເຄື່ອນໄຫວວັດທະນະທຳພື້ນເມຶອງຄື: ຟ້ອນສິງໂຕ, ຕີກອງບຸນ, ຟ້ອນທຸງ, ກອງບຸນທອງລອງ…

Top