• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈິນຮົ່ງຮ່າ ພົບປະກັບການນຳບັນດາປະເທດ ແລະ ອົງການຈັດຕັ້ງຢູ່ນອກກອງປະຊຸມນ້ຳສະຫະປະຊາຊາດ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຫັນດີຍູ້ແຮງການຮ່ວມມືໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳໃນໄລຍະຈະມາເຖິງ.
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ພົບປະກັບປະທານາທິບໍດີ ຕັດຈີນກິດສະຕັງ (ພາບ: TTXVN)  

ວັນທີ 23 ມີນາ, ໃນຂອບເຂດກອງປະຊຸມນ້ຳຂອງສະຫະປະຊາຊາດ ປີ 2023, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ສືບຕໍ່ພົບປະກັບປະທານາທິບໍດີ ຕັດຈີນກິດສະຕັງ; ຜູ້ອຳນວຍການໃຫຍ່ອົງການທັນຍາຫານ ແລະ ການກະເສດ (FAO); ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກອງທຶນປະຊາກອນສະຫະປະຊາຊາດ (UNFPA), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະໂລເວນີ; ລັດຖະມົນຕີກະຊວງຫັນປ່ຽນຊິວະພາບ ຝລັ່ງ ແລະ ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ.

ທີ່ບັນດາການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຫັນດີຍູ້ແຮງການຮ່ວມມືໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງແຫຼ່ງນ້ຳໃນໄລຍະຈະມາເຖິງ. FAO ຈະໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄຸ້ມຄອງແຫຼ່ງຊັບພະນາກອນ, ພິເສດແມ່ນດິນກະສິກຳ, ແຫຼ່ງນ້ຳຂ້າມຊາຍແດນ ແລະ ແຫຼ່ງນ້ຳພາຍໃນປະເທດ. UNFPA ໜູນຊ່ວຍ ຫວຽດນາມ ໃນການສ້າງ, ຜັນຂະຫຍາຍບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ໃນນັ້ນ, ເອົາໃຈໃສ່ເປັນພິເສດຕໍ່ບັນດາເປົ້າໝາຍມີຄວາມສ່ຽງສູງ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ທ່ານທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ John Kerry ຢືນຢັນວ່າ, ອາເມລິກາ ຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາຢູ່ COP 26 ຢ່າງມີປະສິດທິຜົນ, ກໍຄືວິວັດການຫັນປ່ຽນພະລັງງານ ແລະ ສ້າງພື້ນຖານເສດຖະກິດຫຼຸດການປ່ອຍອາຍພິດຕ່ຳຢູ່ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top