
ຈຳກັດບໍລິເວນ ຢູ່ແຂວງ ບັກຢາງ (ພາບ: vtc.vn)
ຕອນເຊົ້າວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ລົງກວດກາບາງສະຖານທີ່ປະຕິບັດການແຍກຕົວ, ຈຳກັດບໍລິເວນ ຢູ່ແຂວງ ບັກຢາງ ເຊິ່ງເປັນບ່ອນທີ່ຄາດວ່າ ໃນຕອນເຊົ້າວັນທີ 27 ພຶດສະພາ ຈະມີກຳມະກອນປະມານ 6000 ຄົນ ກັບມາເຮັດວຽກເປັນປົກກະຕິ ພາຍຫຼັງທີ່ເຂດອຸດສາຫະກຳຢຸດຕິການເຄື່ອນໄຫວ ເປັນໄລຍະໜຶ່ງ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະໜີໃຫ້ແຂວງ ບັກຢາງ ຈົ່ງຖອດຖອນບົດຮຽນ, ປະສົບການໃນວຽກງານຜັນຂະຫຍາຍການແຍກຕົວລວມໝູ່, ຈຳກັດບໍລິເວນຢູ່ເຂດຊຸມຊົນທີ່ມີກຳມະກອນພັກອາໄສເປັນຈຳນວນຫຼາຍ. ທ່ານກ່າວວ່າ:“ຈາກສະພາບການຕົວຈິງ, ພວກເຮົາຕ້ອງປະດິດຄິດສ້າງໃນການປະຕິບັດການແຍກຕົວ, ຖືທັງເຂດນັ້ນແມ່ນເຂດແຍກຕົວລວມໝູ່. ພວກເຮົາເຮັດທົດລອງເພື່ອຖອດຖອນບົດຮຽນ ເພາະວ່ານີ້ແມ່ນຄັ້ງທຳອິດທີ່ຮັບມືກັບບ່ອນໂລກລະບາດແຜ່ລາມໃນເຂດອຸດສາຫະກຳ. ຖ້າຫາກວ່າ ເມື່ອກ່ອນນີ້ ກໍລະນີ F1 ຕ້ອງໄປປະຕິບັດການແຍກຕົວລວມໝູ່, ແຕ່ຖ້າຫາກວ່າພວກເຮົາຄວບຄຸມໄດ້ຢ່າງແໜ້ນແຟ້ນຢູ່ບ່ອນພັກອາໄສ ໂດຍອີງໃສ່ການຕິດຕາມກວດກາຂອງປະຊາຊົນ ແລະ ໜ່ວຍງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວົງຄະນະຍາດນັ້ນ ແມ່ນຈະສາມາດປະຕິບັດໄດ້”.
(ແຫຼ່ງຄັດຈາກ VOV)